ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ເອາະຫຼາມ

(3 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ປານກາງ · 40 ນາທີ · ປານກາງ

ເອາະຫຼາມ ເປັນອາຫານເອກະລັກ ແລະຂຶ້ນຊື່ຂອງ ເມືອງຫຼວງພະບາງ, ແລະ ດຽວນີ້ຫາກິນໄດ້ໃນຫຼາຍບ່ອນທົ່ວລາວເຊັ່ນກັນ, ການປຸງແຕ່ງ ແລະວັດຖຸດິບອາດຈະແຕກກຕ່າງກັນເລັກໜ້ອຍຕາມແຕ່ລະເຂດ. ແລະນີ້ຄືສູດທົ່ວໆໄປ, ມັກ ຊີ້ນສົດກໍ່ໃສ່, ມັກ ເພີ່ມຜັກຫຍັງກໍ່ຕື່ມໄດ້ຕາມໃຈເລີຍ.

ເຄື່ອງປຸງ

ວິທີເຮັດ

1. ຈີ່ ຫຼື ຂົ້ວຫອມບົ່ວແດງ, ຂ່າ, ຂີງ, ຫົວສີໄຄ, ແລະໝາກເຜັດໃຫ້ສຸກຫອມ

2. ຄ້າງໝໍ້ໃສ່ນ້ຳ ຕົ້ມໃຫ້ຟົດແລ້ວໃສ່ ເຄື່ອງທີ່ຈີ່ໄວ້ທັງໝົດລົງໄປ, ຕາມດ້ວຍ ຊີ້ນແຫ້ງ, ໝາກເຂືອ, ໝາກຖົ່ວ, ແລະ ສະຄ້ານ

3. ຕົ້ມໃຫ້ເປື່ອຍ ປະມານ 15 ນາທີ

4. ຕັກເອົາ ໝາກເຜັດ, ໝາກເຂືອ, ແລະ ຫອມບົ່ວແດງ ໄປຕຳໃຫ້ພໍຫຍາບ ແລ້ວເທລົງໃສ່ໝໍ້ຄືນ

5. ໃສ່ເຂົ້າເບືອທີ່ຕຳປົນໃສ່ນ້ຳເລັກໜ້ອຍ ລົງໝໍ້ ແລ້ວ ຄົນໃຫ້ເຂົ້າກັນ

6. ໃສ່ເຫັດຫຸໜູລົງໄປໃນໝໍ້, ໝັ່ນຄົນ ເພື່ອເຂົ້າເບືອຈະບໍ່ຕິດໝໍ້.

7. ໃສ່ປາແດກ ແລະ ເກືອໜ້ອຍ ໜຶ່ງ ຄົນໃຫ້ເຂົ້າກັນ, ຕາມດ້ວຍ ຜັກຕຳນິນ( ຫຼືຜັກທີ່ມັກ) ແລະ ຜັກຊີ ຄົນໃຫ້ເຂົ້າກັນອີກຈົນຜັກຫຍອບ.

8. ຊີມລົດຊາດໃຫ້ພໍດີ ແລະ ປົງໄດ້....ຊົດດດດ ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ