ກ່ຽວກັບ​ຖະ​ແຫຼ່ງຄວາມ​ເປັນ​ສ່ວນ​ຕົວ

ນະໂຍບາຍ ຄວາມເປັນສ່ວນຕົວ ຂອງເວັບໄຊທ໌ Yoosai.la ສາມາດໃຊ້ໄດ້ ກັບຜູ້ ໃຊ້ Yoosai.la ແລະ ແອັບໃນມືຖື. ນະໂຍບາຍລະ ບຸເຖິງພາລະໜ້າທີ່ ແລະ ຂໍ້ກຳນົດຂອງຜູ້ໃຊ້ເວັບ ແລະ ແອັບທີ່ເອີ້ນວ່າ Yoosai.la. ນອກຈາກນີ້ຍັງ ອະທິບາຍເຖິງວິທີ ທີ່ເວັບໄຊ້ ປະມວນຜົນ, ຈັດເກັບ, ປົກປ້ອງຂໍ້ມູນຜູ້ໃຊ້ ແລະ ຂໍ້ມູນທົ່ວໄປ.

ເພື່ອການບໍລິການ ທີ່ສະດວກສະບາຍ ແລະ ປະສົບການການ ນຳໃຊ້ທີ່ດີຂອງຜູ້ໃຊ້, Yoosai.la ຈຶ່ງມີການເກັບກໍາ ຂໍ້ມູນກ່ຽວກັບທ່ານ:

ຫົວຂໍ້ 1 - ຂໍ້ມູນບັນຊີຜູ້ໃຊ້

ຂໍ້ມູນທີ່ທ່ານໃຫ້ໂດຍກົງ:
ເມື່ອທ່ານລົງທະບຽນ, ພວກເຮົາຈະຂໍຊື່ແທ້, ທີ່ຢູ່, ອີເມວ, ເບີໂທ ແລະ ລະຫັດຜ່ານ. ຂໍ້ມູນບາງສ່ວນ ແມ່ນ ເປັນຂໍ້ບັງຄັບ ເພື່ອເປັນການຢືນຢັນ. ພວກເຮົາ ອາດຈະເກັບຂໍ້ຄວາມໃດກໍຕາມ ທີ່ທ່ານສົ່ງຜ່ານເວັບ ແລະ ອາດຈະເກັບກຳຂໍ້ມູນ ທີ່ທ່ານໃຫ້ ໄວ້ໃນ ເນື້ອໃນຂອງຜູ້ໃຊ້ ທີ່ທ່ານໂພສໃນເວັບ. ເຮົາຈະໃຊ້ຂໍ້ມູນນີ້ເພື່ອປັບປຸງ, ຈັດຫາຮູບແບບ ແລະ ຟັງຊັ້ນໃໝ່ໆໃນເວັບໄຊ້ໃຫ້ແກ່ທ່ານ.

ຂໍ້ມູນທີ່ພວກເຮົາໄດ້ຮັບຈາກບຸກຄົນທີສາມ:
ພວກເຮົາ ໃຫ້ທ່ານມີທາງເລືອກທີ່ຈະພົວພັນກັບYoosai.laຜ່ານການບໍລິການ ຂອງພາກສ່ວນທີສາມເຊັ່ນ: ເຟສບຸກ ເພື່ອເຂົ້າສູ່ລະບົບ," Like"ຫຼື"Share". ເມື່ອທ່ານ ພົວພັນກັບ Yoosai.la ຜ່ານພາກສ່ວນທີສາມ, ພວກເຮົາ ຈະໄດ້ຮັບຂໍ້ມູນ ກ່ຽວກັບທ່ານ ຈາກສິ່ງເຫຼົ່ານີ້. ໂດຍປົກກະຕິ ຂໍ້ມູນນີ້ປະກອບມີ ລະຫັດຜູ້ໃຊ້ທີ່ກ່ຽວຂ້ອງກັບ ບັນຊີຂອງທ່ານ, ທີ່ຜ່ານການເຂົ້າເຖິງ token ເພື່ອກວດສອບຕົວທ່ານ, ຂໍ້ມູນທີ່ທ່ານໄດ້ເປີດເຜີຍໃນແພລັດຟອມ ແລະ ຂໍ້ມູນ ທີ່ທ່ານ ໄດ້ອະນຸຍາດ ໃຫ້ພາກສ່ວນທີສາມ ແບ່ງປັນກັບພວກເຮົາ.

ທ່ານຄວນກວດເບິ່ງ ຫຼື ຖ້າຈໍາເປັນກໍຄວນປັບການຕັ້ງຄ່າ ຄວາມເປັນສ່ວນຕົວ ຂອງທ່ານໃນເວັບໄຊທ໌ ຂອງ ພາກສ່ວນທີສາມກ່ອນ ທີ່ຈະເຊື່ອມຕໍ່ ຫຼື ເຊື່ອມຕໍ່ ພາກສ່ວນເຫຼົ່ານັ້ນກັບ Yoosai.la. ຫຼັງຈາກນັ້ນ, ທ່ານຍັງສາມາດ ຍົກເລີກ ການເຊື່ອມຕໍ່ ບັນຊີຂອງທ່ານ ທີ່ຢູ່ພາຍນອກ Yoosai.la ໂດຍການ ປັບປ່ຽນ ການຕັ້ງຄ່າຂອງທ່ານ ໃນພາກສ່ວນອື່ນ.

ຫົວຂໍ້ 2 - ຂໍ້ມູນການວິເຄາະ

ພວກເຮົາ ໃຊ້ເຄື່ອງມື ການວິເຄາະ ພາຍໃນ ແລະ ບໍລິການ ການວິເຄາະ ຂອງພາກສ່ວນ ທີສາມ ເຊັ່ນ: Google Analytics ເພື່ອເກັບກໍາ ຂໍ້ມູນ ທີ່ຊ່ວຍໃຫ້ ພວກເຮົາວັດແນວໂນ້ມການເຂົ້າຊົມ ແລະ ການນໍາໃຊ້ ສໍາລັບການບໍລິການ. ເຄື່ອງມືເຫຼົ່າ ນີ້ ຈະເກັບກຳຂໍ້ມູນ ທີ່ສົ່ງມາໂດຍບຣາວເຊີ້ ຫຼື ມືຖືຂອງທ່ານ, ລວມທັງໜ້າເວັບ ທີ່ທ່ານເຂົ້າໄປ ແລະ ຂໍ້ມູນຕ່າງໆ ທີ່ຊ່ວຍ ໃນການ ພັດທະນາເວັບໄຊ້. ພວກເຮົາ ເກັບກຳ ເພື່ອໃຊ້ ໃນການວິເຄາະຂໍ້ມູນ ໃນກໍລະນີທີ່ບໍ່ສາມາດລະບຸ ບຸກຄົນຫຼືຜູ້ໃຊ້ ໂດຍສະເພາະ ເຈາະຈົງໄດ້.

ຫົວຂໍ້ 3 - ຂໍ້ມູນ cookie

ໃນເວລາ ທີ່ທ່ານເຂົ້າ Yoosai.la, ພວກເຮົາ ຈະເກັບ cookies- ໄຟລ໌ ຂໍ້ຄວາມ ຂະຫນາດນ້ອຍ ທີ່ມີ ຕົວອັກສອນ ສະຕິງ-ໃນຄອມ ພິວເຕີ້ຂອງທ່ານ, ເພື່ອລະບຸ ບຣາວເຊີ້ ຂອງທ່ານເອງ ແລະ ຊ່ວຍໃຫ້ ເຂົ້າສູ່ລະບົບ ໄວຂຶ້ນ ແລະ ຈື່ຈໍາ ການຕັ້ງຄ່າ ຂອງທ່ານເຊັ່ນ ພາສາ ທີ່ທ່ານໃຊ້.cookie ແມ່ນໂຕ ທີ່ບອກເຮົາວ່າ ທ່ານໄດ້ເຄື່ອນໄຫວຫຍັງ ພາຍໃນເວັບແນ່ ເຊັ່ນ: ໜ້າເວັບທີ່ທ່ານເຂົ້າ, ລິ້ງ ທີ່ ທ່ານຄລິກ ແລະ ອື່ນໆ, ເຊິ່ງ ມີການອະນຸຍາດ ໃຫ້ເຮົາ ແລະ ຫຸ້ນສ່ວນ ສາມາດຕິດຕາມ ການໃຊ້ງານ ຂອງທ່ານພາຍໃນ ເວັບ ໄດ້. persistent cookie ຈະຍັງຢູ່ ໃນເວັບບຣາວເຊີ ເຖິງວ່າ ທ່ານຈະປິດ ມັນໄປແລ້ວ, ເຊິ່ງສາມາດ ເອົາອອກໄດ້ ຕາມຂໍ້ແນະນຳ ໃນເວັບ ບຣາວເຊີເອງ. session cookieຈະຢູ່ຊົ່ວຄາວ ແລະ ຈະລຶບໄປເອງ ເມື່ອທ່ານປິດບຣາວເຊີ. ທ່ານສາມາດ ກໍານົດບຣາວເຊີ້ ເພື່ອຈະປະຕິເສດ cookies ທັງຫມົດ ຫຼື ເພື່ອກຳນົດເວລາ ໃນການສົ່ງ cookies. ຢ່າງໃດກໍຕາມ, ບາງຟັງຊັ້ນ ອາດຈະໃຊ້ງານ ບໍ່ໄດ້ຖ້າຫາກວ່າ ທ່ານໄດ້ປິດການໃຊ້ cookies.

ຫົວຂໍ້ 4 - ຂໍ້ມູນລັອກຟາຍ

ຂໍ້ມູນ ລັອກຟາຍ ຈະຖືກລາຍງານທຸກຄັ້ງ ທີ່ທ່ານໃຊ້ ບໍລິການ ໂດຍບຣາວເຊີ ຫຼື ມືຖື ຂອງທ່ານ. ເມື່ອທ່ານ ໃຊ້ບໍລິການ ຂອງ ພວກເຮົາ, ເຊີເວີ ຂອງພວກເຮົາ ແມ່ນ ຈະບັນທຶກ ຂໍ້ມູນລັອກຟາຍ ອັດຕະໂນມັດ. ລັອກ ເຊີເວີເຫຼົ່ານີ້, ມັກມີ ຂໍ້ມູນທີ່ ບໍ່ລະບຸ ຕົວຕົນເຊັ່ນ: ທີ່ຢູ່ເວັບ, ເລກໄອພີ, ປະເພດບຣາວເຊີ້, ການອ້າງອີງ/ອອກຈາກໜ້ານັ້ນໆ, User-Agent, URLs, ຈຳນວນຄລິກ ແລະ ແລນດິ້ງເພຈ, ໜ້າທີ່ເຂົ້າເບິ່ງ ແລະ ອື່ນໆ.

ຫົວຂໍ້ 5 - ຕົວລະບຸອຸປະກອນ

ເມື່ອທ່ານ ເຂົ້າໃຊ້ ເວັບໂດຍກົງ ຫຼື ຜ່ານໂທລະສັບ (ໂທລະສັບ ສະມາດໂຟນ ແລະ ແທັບເລັດ), ພວກເຮົາ ຈະສາມາດ ເຂົ້າເຖິງ, ເກັບກໍາ, ຕິດຕາມ ແລະ ຈັດເກັບ ອັນໜຶ່ງ ຫຼື ຫຼາຍ "ຕົວລະບຸອຸປະກອນ" ໄດ້ເຊັ່ນ: ລະຫັດ ປະຈຳຕົວ ທີ່ຕ່າງກັນ (UUID). ຕົວລະບຸອຸປະກອນ ຈະລະບຸ ອຸປະກອນ ມືຖືຂອງທ່ານ. ເຊິ່ງປະກອບມີ ຂໍ້ມູນກ່ຽວກັບຮາດແວ, ລະບົບປະຕິບັດ ການ ຫຼື ຊອບ ແວອື່ນໆ. ຕົວລະບຸ ອຸປະກອນ ຈະບໍ່ລະບຸ ຂໍ້ມູນ ສ່ວນຕົວ ຂອງທ່ານ. ພຽງຈະຊ່ວຍໃຫ້ ທ່ານເຂົ້າສູ່ລະບົບໄດ້ ໄວຂຶ້ນ ແລະ ເພີ່ມປະສິດທິພາບ ການນຳໃຊ້ ເວັບຂອງທ່ານ. ບາງຟັງຊັ້ນອາດ ຈະໃຊ້ງານ ໄດ້ບໍ່ສົມບູນ ຖ້າມີ ການປິດລະບົບຕົວລະບຸ ອຸປະກອນນີ້.

ຫົວຂໍ້ 6 - ຂໍ້ມູນສະຖານທີ່

ເມື່ອທ່ານ ເຂົ້າໃຊ້ Yoosai.la, ພວກເຮົາ ສາມາດ ຮ້ອງຂໍ ໃນການເກັບກຳ, ຕິດຕາມ ຫຼື ເກັບຂໍ້ມູນ ຕຳແໜ່ງ ພິກັດ ຂອງທ່ານ ຈາກໄລຍະໄກ ເຊິ່ງ ລວມເຖິງພິກັດ GPS ( ເສັ້ນຂະໜານ ແລະ ເສັ້ນແວງ ) ຫຼື ຂໍ້ມູນ ທີ່ຄ້າຍຄືກັນ ກ່ຽວກັບສະຖານທີ່ ໃນໂທລະສັບ ຂອງທ່ານ ( ເຊັ່ນ: ປະເທດ,ແຂວງ ຫຼື ເມືອງ ). ບາງທີ ການໃຊ້ງານ ຂອງເວັບ ໂດຍສະເພາະ ໂຕທີ່ຕ້ອງ ລະບຸສະຖານທີ່ ອາດບໍ່ສົມ ບູນ ຖ້າຈຸດພິກັດ ຂອງທ່ານຖືກ ປິດການໃຊ້ງານຢູ່.

ຫົວຂໍ້ 7 - ການສື່ສານດ້ານການຄ້າ ແລະ ການຕະຫຼາດ

ພວກເຮົາ ໃຊ້ຂໍ້ມູນ ທີ່ພວກເຮົາ ເກັບກໍາ ຫຼື ໄດ້ຮັບ ເຊັ່ນ: ທີ່ຢູ່ ອີເມວ ຂອງທ່ານ, ເພື່ອຕິດຕໍ່ ສື່ສານ ກັບ ທ່ານໂດຍກົງ. ພວກເຮົາ ອາດຈະ ສົ່ງຂ່າວສານ, ໂປໂມຊັ່ນ ແລະ ຂໍ້ສະເໜີພິເສດ ຫາ ທ່ານທາງອີເມວ. ຖ້າວ່າ ທ່ານບໍ່ຕ້ອງການ ຮັບຂໍ້ຄວາມທາງອີເມວ ທ່ານມີສິດ ທີ່ຈະເລືອກ ຫຼື ບໍ່ເລືອກໃຊ້ ຫຼື ຈະເຂົ້າໄປ ປ່ຽນການຕັ້ງຄ່າ ກໍໄດ້ເຊັ່ນກັນ. ນອກຈາກນີ້, ເຮົາຍັງໃຊ້ຂໍ້ມູນຂອງທ່ານ ເພື່ອສົ່ງ ຂໍ້ມູນ ກ່ຽວກັບເວັບໄຊ້ (ຕົວຢ່າງ: ການຢືນຢັນບັນຊີ, ການຊື້, ການຢືນຢັນການຊຳລະ ແລະ ການແຈ້ງເຕືອນ, ການ ປ່ຽນແປງ/ອັບເດດ ຮູບແບບ ການບໍລິການ, ດ້ານເຕັກນິກ ແລະ ຄວາມປອດໄພ) ທ່ານອາດເລືອກ ທີ່ຈະບໍ່ຮັບອີເມວ ທີ່ກ່ຽວ ຂ້ອງກັບເວັບ ແຕ່ສິ່ງເຫຼົ່ານັ້ນ ລ້ວນແລ້ວ ແຕ່ແມ່ນສ່ວນຫນຶ່ງຂອງ ການບໍລິການ ໃນເວັບໄຊທ໌.

ຫົວຂໍ້ 8 - ການແບ່ງປັນຂໍ້ມູນຂອງທ່ານ

ພວກເຮົາຈະ ບໍ່ໃຫ້ເຊົ່າ ຫຼື ຂາຍ ຂໍ້ມູນ ຂອງທ່ານ ໃຫ້ບຸກຄົນພາຍນອກ Yoosai.la ແລະ ກຸ່ມບໍລິສັດ (ບໍລິສັດຫຼັກ, ບໍລິສັດຍ່ອຍ ແລະ ສາຂາຕ່າງໆ) ໂດຍ ບໍ່ມີການ ຍິນຍອມ ຈາກທ່ານ, ເວັ້ນເສຍແຕ່ ໄດ້ກ່າວໄວ້ ຂ້າງລຸ່ມນີ້:

- ຜູ້ ທີ່ພວກເຮົາ ອາດຈະແບ່ງປັນ ຂໍ້ມູນ ຂອງທ່ານນຳ: ພວກເຮົາ ອາດຈະ ແບ່ງປັນ ຂໍ້ມູນຂອງທ່ານ ກັບ ຄູ່ຄ້າ ທາງທຸລະກິດ ຂອງ ພາກສ່ວນທີສາມ ແລະ ຜູ້ໃຊ້ ທີ່ເຊື່ອຖືໄດ້ ເພື່ອຈຸດປະສົງ ຂອງ ການໃຫ້ບໍລິການ ແກ່ທ່ານ. ຄູ່ ຮ່ວມທຸລະກິດ ຂອງ ພາກສ່ວນທີສາມ ຈະໄດ້ຮັບ ການເຂົ້າເຖິງຂໍ້ມູນ ຂອງທ່ານ ຢ່າງຈໍາກັດ ຕາມຄວາມຕ້ອງການ ທີ່ເໝາະສົມ ໃນການ ໃຫ້ບໍລິການ ແລະ ພວກເຮົາ ຈະ ຮຽກຮ້ອງ ໃຫ້ບຸກຄົນທີສາມ ດັ່ງກ່າວ ປະຕິບັດ ຕາມນະໂຍບາຍ ຄວາມເປັນສ່ວນຕົວນີ້ ຫຼື ດໍາເນີນ ການພາຍໃຕ້ ນະໂຍບາຍ ຄວາມເປັນສ່ວນຕົວ ທີ່ ຄ້າຍຄືກັນ.

- ຜູ້ ທີ່ສາມາດ ເບິ່ງເນື້ອໃນ ຂອງຜູ້ໃຊ້: ເນື້ອໃນ ຂອງຜູ້ໃຊ້ໃດໆ ທີ່ ທ່ານສະແດງ ໂດຍສະໝັກໃຈ ສໍາລັບ ການລົງທະບຽນ ກັບ ເວັບ ແບບສາທາລະນະ ແລະ ບໍ່ສາມາດ ຍົກເລີກໄດ້, ເວັ້ນເສຍ ແຕ່ Yoosai.la ໄດ້ທຳການ ພິຈາລະນາແລ້ວ. ເມື່ອມີການ ເຜີຍແຜ່ ໃນ Yoosai.la,ເນື້ອໃນ ຂອງຜູ້ໃຊ້ ອາດຈະບໍ່ສາມາດ ຖອດອອກໄດ້ ຈາກການ ເບິ່ງແບບສາທາລະນະ, ຍ້ອນວ່າ ສໍາເນົາ ຍັງຄົງສາມາດ ເບິ່ງເຫັນໄດ້ ໃນຫນ້າເວັບ ທີ່ບັນທຶກ ແລະ ເກັບໄວ້ໃນເວັບ, ເຊັ່ນດຽວກັບ ເວັບອື່ນໆ ທີ່ເຜີຍແຜ່ ຈາກເວັບ ພວກເຮົາ ທີ່ໄດ້ຄັດລອກ ລວມທັງບັນທຶກ ຂໍ້ມູນນັ້ນໆ.

- ຜູ້ ທີ່ສາມາດເບິ່ງ ເລກ ໄອພີ ຂອງທ່ານ. ການຄັດເລືອກ ຜູ້ໃຊ້ ທີ່ມີ ຄວາມຫນ້າເຊື່ອຖື ໂດຍການ ບໍລິຫານ ທີ່ມີອຳນາດ ແລະ ມີ ຄວາມສາມາດ ໃນການປະເມີນ ເລກໄອພີ ຂອງຜູ້ໃຊ້ ເພື່ອຫຼຸດຜ່ອນ ການກະທຳ ທີ່ຜິດກົດໝາຍ.

- ຜູ້ ທີ່ສາມາດເບິ່ງ ອີເມວ ຂອງທ່ານ. ເພື່ອ ໃຫ້ຜູ້ໃຊ້ ສາມາດ ສື່ສານກັນໄດ້ ໃນ Yoosai.la ທາງເຮົາ ເລີຍຕ້ອງ ໄດ້ເປີດເຜີຍອີເມວ ຂອງທ່ານ. ຖ້າຫາກ ທ່ານຕອບກັບ ຜູ້ໃຊ້ຄົນອື່ນ ທີ່ ຕິດຕໍ່ ກັບທ່ານ ຜ່ານແບບຟອມ, ເຂົາເຈົ້າ ແມ່ນ ຈະສາມາດ ເຫັນອີເມວ ຂອງທ່ານ ໄດ້ທັນທີ.

ຫົວຂໍ້ 9 - ສິ່ງທີ່ເກີດຂຶ້ນ ໃນກໍລະນີມີການປ່ຽນແປງການຄວບຄຸມຂອງ Yoosai.la

ພວກເຮົາ ອາດຈະ ຊື້ ຫລື ຂາຍ/ ຍົກເລີກ / ໂອນ ບໍລິສັດ ( ລວມທັງ ຮຸ້ນ ໃນ ບໍລິສັດ ໃດຫນຶ່ງ) ຫຼື ການລວມ ຜະລິດຕະພັນ, ບໍລິການ, ຊັບສິນ ແລະ ທຸລະກິດ. ຂໍ້ມູນ ຂອງທ່ານເຊັ່ນ: ຊື່ລູກຄ້າ, ທີ່ຢູ່ອີເມວ, ເນື້ອຫາ ຂອງຜູ້ໃຊ້ ແລະ ຂໍ້ມູນ ຜູ້ໃຊ້ ອື່ນ ທີ່ກ່ຽວຂ້ອງ ກັບບໍລິການ ອາດຢູ່ ໃນບັນດາ ລາຍການ ທີ່ຂາຍ ຫຼື ໂອນເຂົ້າ ໃນການ ປະຕິບັດເຫຼົ່ານີ້. ພວກເຮົາ ອາດຈະຂາຍ, ຈັດສັນ ຫຼື ໂອນຂໍ້ມູນ ດັ່ງກ່າວ ໃນໄລຍະ ການຂາຍ ກິດຈະການ, ການຮວບຮວມ, ການຊື້, ການລົ້ມລະລາຍ, ການແກ້ໄຂ, ການຈັດຕັ້ງ, ການຊໍາລະ, ການ ເຮັດທຸລະກໍາ ທີ່ ຄ້າຍຄືກັນ ຫຼື ການປະຕິບັດ ທີ່ກ່ຽວຂ້ອງ ກັບ ສ່ວນໃດສ່ວນຫນຶ່ງ ຂອງ ບໍລິສັດ.

ຫົວຂໍ້ 10 - ກໍລະນີທີ່ເຮົາຈຳເປັນຕ້ອງເປີດເຜີຍຂໍ້ມູນຂອງທ່ານ

Yoosai.la ຈະ ເປີດເຜີຍ ຂໍ້ມູນ ຂອງທ່ານ ຖ້າຈຳເປັນ ຕ້ອງເຮັດຕາມກົດໝາຍ ຫຼື ໝາຍສານ. ຖ້າເຮົາ ເຊື່ອວ່າ ການກະທຳ ດັ່ງກ່າວ ເປັນສິ່ງທີ່ຈຳເປັນ ເພື່ອ
(ກ) ປະຕິບັດ ຕາມກົດໝາຍ ແລະ ການບັງຄັບ ໃຊ້ກົດໝາຍ ຢ່າງສົມເຫດສົມຜົນ
(ຂ) ເພື່ອບັງຄັບໃຊ້ ຂໍ້ກຳນົດ ໃນການ ບໍລິການຂອງເຮົາ ເພື່ອປົກປ້ອງ ຄວາມປອດໄພ, ຄຸນນະພາບ ແລະ ຄວາມສົມບູນ ຂອງ ການບໍລິການ
(ຄ) ເພື່ອໃຊ້ ປົກປ້ອງສິດ, ຊັບສິນ ຫຼື ຄວາມປອດໄພ ສ່ວນບຸກຄົນ ຂອງ Yoosai.la ລວມທັງ ຜູ້ໃຊ້ ແລະ ຄົນອື່ນ.

ຫົວຂໍ້ 11 - ຕິດຕໍ່ ຫຼື ສອບຖາມກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ

ຖ້າທ່ານ ມີຄໍາຖາມ ກ່ຽວກັບ ນະໂຍບາຍ ຄວາມເປັນສ່ວນຕົວ ຫຼື ຕ້ອງການ ເຂົ້າເຖິງຂໍ້ມູນ ສ່ວນຕົວ ທີ່ພວກເຮົາໄດ້ ລວບລວມ ກ່ຽວກັບທ່ານ, ທ່ານສາມາດ ໃສ່ຂໍ້ມູນ ໃນແບບຟອມການຕິດຕໍ່ ຂອງ ເວັບໄຊ້ ຫຼື ສົ່ງ ອີເມວ ຫາ ພວກເຮົາໄດ້ ທີ່ [email protected].

ຄຳຮ້ອງຂໍລຶບຂໍ້ມູນ. ຖ້າທ່ານຕ້ອງການຂໍ້ມູນ- ທີ່ລວມທັງບັນຊີ, ການເຂົ້ານຳໃຊ້ ແລະ ຂໍ້ມູນສ່ວນຕົວທີ່ກ່ຽວກັບທ່ານ.- ໂດຍຢາກລຶບອອກຖາວອນຈາກ yoosai.la, ກະລຸນາສົ່ງ ອີເມວຫາທີມງານທີ່ [email protected] ມາພ້ອມດ້ວຍຫົວຂໍ້ທີ່ວ່າ: ຄຳຮ້ອງຂໍລຶບຂໍ້ມູນ. ພວກເຮົາຈະດຳເນີນການພາຍໃນ 72 ຊົ່ວໂມງ.