ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ຕົ້ມເຄັມໝູ

(5 ໂຫວດ) • ໂດຍ ທີມແຊບ yoosai.la

1 ໝໍ້ · ປານກາງ · 45 ນາທີ · ຖືກ

ສູດຕົ້ມເຄັມບ້ານໆມາແລ້ວ!! ໃຜມັກສາມາດໄປເຮັດຕາມນີ້ໄດ້ເລີຍ...ລືມເລື່ອງລົດຫຸ່ນໄປກ່ອນເນາະ, ລະມາໂຊ້ຍ ສາມຊັ້ນ ແຊບໆມັນໆນຳກັນກ່ອນ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕົ້ມໄຂ່ໃຫ້ສຸກ ແລ້ວປອກໄວ້

2. ຕຳກະທຽມ, ຮາກຫອມປ້ອມ,ແລະ ພິກໄທ ໃຫ້ມຸ່ນ ແລ້ວນຳໄປຂົ້ວແຫ້ງກ່ອນ ຈາກນັ້ນຈິ່ງໃສ່ນ້ຳມັນລົງໄປ. ຂົ້ວຕໍ່ໜ້ອຍໜຶ່ງ ແລ້ວຈິ່ງໃສ່ນ້ຳຕານໄປຂ້ຽວຈົນອອກສີນ້ຳຕານເຂັ້ມ (ໝັ່ນຄົນ ແລະ ສັງເກດ ລະວັງໄໝ້)

3. ພໍນ້ຳຕານຂຶ້ນສີໄດ້ທີ່ ໃຫ້ໃສ່ນ້ຳປາ, ນ້ຳມັນຫອຍ ແລະ ນ້ຳລົງໄປ. ແລ້ວຈຶ່ງໃສ່ຊີ້ນໝູ, ຕາມດ້ວຍເຄື່ອງເທດ( ຂີງ, ດອກໂປ໊ຍກັ໋ກ, ແລະ ອົບເຊີຍແທ່ງ)

4. ຕົ້ມຊີ້ນໝູປະມານ 10 ຫາ 15 ນາທີ ແລ້ວຈຶ່ງໃສ່ໄຂ່ຕົ້ມລົງໄປ ແລ້ວຕົ້ມຕໍ່ ອີກປະມານ 20 ນາທີໃຫ້ຊີ້ນໝູເປື່ອຍ. ຊີມລົດຊາດ ແລ້ວປົງໄດ້ ຕັກໃສ່ຖ້ວຍເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

❤️❤️❤️
ຂອງມັກລູກຊາຍຂ້ອຍ 🥰🥰
👍👍👍

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ