ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຍຳໂຕ່ງ

(2 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ງ່າຍ · 20 ນາທີ · ຖືກ

ປົກກະຕິ ບໍ່ເຄີຍໄດ້ກິນ ຍຳ ແບບນີ້, ເພິ່ນຮ້ອງວ່າ ຍຳໂຕ່ງ ວ່າຊັ້ນ. ເຄີຍໄດ້ຍິນ ຫລາຍຄົນເວົ້າຢູ່ ແລະ ຮູ້ສຶກວ່າ ເປັນ ເມນູຮິດ ນະຕອນນີ້ ເນາະ. ຊັ້ນລອງມາ ເບິ່ງວິທີການ ເຮັດ ນຳກັນເລີຍ. ແລ້ວ ບອກໃຫ້ຮູ້ແດ່ເດີ ວ່າ ພາກັນມັກ ກິນບໍ່ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຊອຍຊີ້ນໝູເປັນຕ່ອນບາງ. ຊອຍ ໝາກເຂືອ ແລະ ໝາກຖົ່ວຍາວ

2. ຕຳກະທຽມ, ເຜັດດິບ ແລະ ເຜັດແຫ້ງນຳກັນ ໃຫ້ແຫລກ

3. ລວກຊີ້ນໝູ ໃສ່ນ້ຳ ໃນກະທະ ໃຫ້ສຸກພໍດີ ( ລວກຊີ້ນ ອາດຈະບໍ່ຮອດ 10 ນາທີເດີ)

4. ເອົາຊາມມາ, ໃສ່ນ້ຳ, ກະປິ, ນ້ຳປາ, ນ້ຳຕານ, ແລະ ເກືອ. ຄົນໆ ໃຫ້ ກະປິລະລາຍ ແລ້ວ ຖອກໝາກເຜັດທີ່ ຕຳລົງ. ຕາມດ້ວຍ ເຜັດຜົງ ຄົນໃຫ້ເຂົ້າກັນ.

5. ໃສ່ ໝາກຖົ່ວ, ໝາກເຂືອຊອຍ, ແລະ ໝາກແຄ້ງຟ້າ ລົງໃນຊາມ.

6. ໃສ່ຊີ້ນໝູ ລົງໄປໃນຊາມຍຳ ຄົນໃຫ້ເຂົ້າກັນ. ຊີມລົດຊາດໃຫ້ພໍດີມັກ.

7. ປິດທ້າຍ ດ້ວຍຜັກບົວລະພາ ແລ້ວຕັກເສີບ. ແຊ໋ບ ແຊບ ໄດ້ເລີຍ:)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ