ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວຈ້ຳໝາກສົ້ມ

(1 ໂຫວດ) • ໂດຍ ທີມແຊບ yoosai.la

1 ຖ້ວຍ · ງ່າຍ · 20 ນາທີ · ຖືກ

ຫລຽວເຫັນໝາກສົ້ມຍາມໃດ ລະນ້ຳລາຍ ແຕກຍ່າວໆ. ມັນເປັນ ອາຫານ ຫວ່າງສຸດເລີດ ຂອງຄົນບ້ານເຮົາ. ມື້ີທີ່ ລໍ້ກະລິ່ງ ບໍ່ມາ ເຮົາກໍ່ ໄດ້ລົງມືເຮັດ ເອົາເອງ:)

ວິດິໂອ

ເຄື່ອງປຸງ

ໝາກໄມ້ສົ້ມ

ເຄື່ອງເຮັດແຈ່ວ

ວິທີເຮັດ

1. ລ້າງໝາກໄມ້ ໃຫ້ ສະອາດ ແລ້ວ ປອກເປືອກ ແລະ ຊອຍ ໄວ້.

2. ເຮັດແຈ່ວ:

- ຂົ້ວໝາກເຜັດແຫ້ງ (ບໍ່ໃສ່ນ້ຳມັນ) ໃຫ້ຈົນຫອມ.

- ແລ້ວ ຖອກລົງ ຄົກ, ໃສ່ກະທຽມ ລົງໄປ ແລ້ວຕຳໃຫ້ມຸ່ນ.

- ຈາກນັ້ນ ເທໃສ່ໝໍ້ ນ້ອຍ, ໃສ່ ນ້ຳຕານ, ເກືອ, ແປ້ງນົວ, ນ້ຳ, ແລະ ປາແດກ. ແລ້ວຕົ້ມປະໄວ້ ປະມານ 10 ນາທີ. ຫລືຈົນກວ່າ ນ້ຳແຈ່ວເປັນຂຸ້ນໆ ຕາມໃຈມັກ ( ສາມາດຕື່ມນ້ຳຕານໃສ່ອີກໄດ້ ຖ້າມັກຂຸ້ນຕື່ມ)

- ປະໃຫ້ເຢັນ ແລ້ວຈິ່ງຕັກໃສ່ ຖ້ວຍນ້ອຍ. ຕຽມ ເອົາໝາກສົ້ມມາ ຄຸ້ຍ ບາດນີ້. ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ