ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ຕົ້ມແຊ໋ບຕີນໄກ່

(2 ໂຫວດ) • ໂດຍ ທີມແຊບ yoosai.la

1 ຖ້ວຍ · ປານກາງ · 40 ນາທີ · ຖືກ

ຕົ້ມແຊ໋ບຕີນໄກ່ ເປັນ ອາຫານຂຶ້້ນຊື່ ຕາມຮ້ານ ກັບແກ້ມ ແຄມທາງ ໃນບ້ານເຮົາ ຫລາຍຄົນ ຮູ້ຈັກດີ. ມັນມີຄວາມເຜັດ, ຮ້ອນ, ສົ້ມ. ສົມກັບ ຄຳວ່າແຊ໋ບ ອີຫລີ ! ມື້້ນີ້ ລອງມາແຕ່ງ ກິນເອງເບິ່ງເນາະ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕຳໝາກ ເຜັດແຫ້ງ, ເຜັດດິບ, ກະທຽມ. ໃສ່ ເກືອ ແລະ ແປ້ງນົວ ໃຫ້ແຫລກ. ແລ້ວ ເອົາໄປໃສ່ໝໍ້.

2. ໃສ່ຕີນໄກ່, ພີກເຜົາ, ຫົວສີໄຄ, ແລະນ້ຳປາ. ຂົ້້ວໃຫ້ ເຂົ້້າກັນຈົນຫອມ.

3. ໃສ່ນ້ຳ, ຕາມດ້ວຍ ໝາກຂາມປຽກ,ຫອມບົ່ວແດງ, ຄະນໍກ້ອນ, ໝາກເຜັດແຫ້ງ. ແລ້ວ ຕົ້ມປິດຝາໄວ້ ປະມານ 15 ນາທີ( ຫລືດົນກວ່ານັ້ນ ຖ້າມັກຕີນໄກ່ເປື່ອຍ)

4. ຈາກນັ້ນ ໃສ່ເຫັດ ເຟືອງ ແລະ ໃບຂີ້ຫູດ ຕົ້້ມໃຫ້ເຫັດສຸກ ປະມານ 5-10 ນາທີ.

5. ຊີມລົດຊາດ ຕາມໃຈມັກ, ແລ້ວໃສ່ ຜັກຫອມເປ ແລະ ໃບບົວລະພາ. ຕັກເສີບ, ພ້ອມ ແຊ໋ບໄດ້ເລີຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ