ເງື່ອນ​ໄຂ​ການ​ບໍ​ລິ​ການ

Yoosai.la ແມ່ນ ອ້າງອີງ ມາຈາກ www.yoosai.la ຫຼື Yoosai ໃນ ຂໍ້ກຳນົດ ການໃຫ້ ບໍລິການ ນີ້ ທີ່ເປັນ ການບໍລິການ ອອນລາຍ ສໍາລັບ ການເຜີຍແຜ່ ແລະ ປຶກສາ ຫາລື ກ່ຽວກັບ ການໂຄສະນາ ໃນໂລກອິນເຕີເນັດ. ການເຂົ້າເຖິງ ແລະ ນຳໃຊ້ Yoosai.la ຜ່ານເວັບໄຊທ໌ ຫຼື ແອັບ ສຳລັບ Android, iOS, Windows, Linux ສຳລັບ ການໃຫ້ຄຳປຶກສາ ຫຼື ເຜີຍແຜ່ ໂຄສະນາ ໝາຍເຖິງ ໄດ້ຍອມຮັບໂດຍ ປາສະຈາກ ເງື່ອນໄຂ ໃນຂໍ້ກຳນົດ ຂອງລາຍລະອຽດ ການບໍລິການ ໃນຫົວຂໍ້ລຸ່ມນີ້.

ຫົວຂໍ້ 1 - ແຈ້ງການເລື່ອງລິຂະສິດ

ລິຂະສິດ (c) 2019-2021 Yoosai.laອີງຕາມ ເງື່ອນໄຂ ຂອງແຈ້ງການນີ້, ພວກເຮົາ ພ້ອມກັບ ຜູ້ໃຫ້ສິດ ແມ່ນ ເປັນເຈົ້າຂອງ ເຊິ່ງ ມີສິດ ຄວບຄຸມ ລິຂະສິດ ແລະ ສິດທິ ຊັບສິນທາງປັນຍາ ຕ່າງໆ ໃນເວັບໄຊທ໌ ລວມທັງ ເອກກະສານ ກ່ຽວກັບ ເວັບໄຊທ໌ ຂອງພວກເຮົາ ແມ່ນໄດ້ຮັບ ການສະຫງວນແລ້ວ.

ຫົວຂໍ້ 2 - ການອະນຸຍາດການນຳໃຊ້ການບໍລິການ

ໂດຍການ ເຂົ້ານຳໃຊ້ Yoosai.la, ທ່ານຈະໄດ້ຮັບ ສິດນຳໃຊ້ ບໍລິການນີ້ ແບບ ສ່ວນບຸກຄົນ. ສິດນຳໃຊ້ ສ່ວນບຸກຄົນນີ້, ບໍ່ສາມາດ ໃຊ້ຂາຍ, ເຊົ່າ ຫຼື ໂອນໃຫ້ກັບ ບຸກຄົນອື່ນໄດ້, ເຊິ່ງ ທ່ານສາມາດ ຍົກເລີກ ສິດນຳໃຊ້ນີ້ ໄດ້ຕະຫຼອດ ເວລາ. ໂດຍສະເພາະ, ທ່ານອາດ ຈະເຂົ້າເບິ່ງ, ໂຫຼດຜ່ານເວັບໄຊທ໌ ຫຼື ແອັບ ກໍແມ່ນ ສາມາດນຳໃຊ້ໄດ້ ແຕ່ສ່ວນຕົວທ່ານ ເທົ່ານັ້ນ.

ເວັ້ນເສຍ ແຕ່ວ່າ ທ່ານເປັນເຈົ້າຂອງ ຫຼື ມີສິດກ່ຽວຂ້ອງ ໃນເນື້ອຫານີ້, ທ່ານຫ້າມ:
(ກ) ເຜີຍແຜ່ ເນື້ອໃນ ຈາກເວັບໄຊ໌ ຫຼື ແອັບ ຂອງພວກເຮົາ ( ລວມທັງ ການເຜີຍແຜ່ ໃນເວັບໄຊ້ ອື່ນ);
(ຂ) ຂາຍ, ເຊົ່າ ສິ່ງຂອງ ຕ່າງໆ ຈາກເວັບໄຊ໌ ຫຼື ແອັບ ຂອງພວກເຮົາ.
(ຄ) ສະແດງ ສິ່ງຕ່າງໆ ຈາກເວັບໄຊ໌ ຫຼື ແອັບ ຂອງພວກເຮົາ ແບບສາທາລະນະ.
(ງ) ໃຊ້ປະໂຫຍດ ທາງເວັບໄຊທ໌ ຂອງພວກເຮົາ ຫຼື ແອັບ ເພື່ອຈຸດປະສົງ ດ້ານການຄ້າ ຫຼື
(ຈ) ກະຈາຍ ເນື້ອໃນ ຂອງເວັບໄຊທ໌ ແລະ ແອັບ ຂອງພວກເຮົາ.

ຫົວຂໍ້ 3 - ການນໍາໃຊ້ທີ່ຍອມຮັບໄດ້

ເວັບໄຊ້ Yoosai.la ໄດ້ ເຊື່ອມຕໍ່ ຜູ້ຄົນ ກັບ ສູດອາຫານ. ໄວ້ ເປັນບ່ອນ ແລກປ່ຽນ ໄອເດຍ ໃນການແຕ່ງກິນ, ແລກປ່ຽນ ຜະລິດຕະພັນ ແລະ ການບໍລິການ ກ່ຽວກັບ ອາຫານ. Yoosai.la ບໍ່ຮັບປະກັນ ແລະ ບໍ່ຮັບຜິດຊອບ ຕໍ່ຄວາມຖືກຕ້ອງ ຂອງຂໍ້ມູນ ທີ່ພາກສ່ວນ ທີສາມມອບໃຫ້. ໂດຍທ່ານ ຕ້ອງເປັນ ຄົນຮັບຜິດຊອບ ຂໍ້ມູນນັ້ນເອງ.

ຂໍ້ຫ້າມ:

(ກ) ຫ້າມໃຊ້ ບໍລິການ ຂອງພວກເຮົາ ໃນທາງໃດກໍ່ຕາມ ຫຼື ດຳ ເນີນການໃດໆ ທີ່ກໍ່ໃຫ້ເກີດ ຄວາມເສຍຫາຍ ຕໍ່ເວັບໄຊ້, ແອັບພລິເຄຊັ້ນ, ການປະຕິບັດງານ ຫລື ການເຂົ້າເຖິງ ບໍລິການ.
ຂໍ້ຫ້າມ ;
(ຂ) ຫ້າມໃຊ້ ບໍລິການ ຂອງພວກເຮົາ ໃນທາງທີ່ ຜິດກົດໝາຍ, ສໍ້ໂກງ ຫຼື ເປັນອັນຕະລາຍ, ຫລື ກ່ຽວຂ້ອງກັບ ຈຸດປະສົງ ຫລື ການກະທຳ ທີ່ຜິດກົດຫມາຍ;
ຂໍ້ຫ້າມ ;
(ຄ) ຫ້າມໃຊ້ ບໍລິການ ຂອງພວກເຮົາ ເພື່ອ ກ໊ອບປີ້, ເກັບມ້ຽນ, Host, ສົ່ງຕໍ່, ສົ່ງ, ນຳ ໃຊ້, ເຜີຍແຜ່ ຫຼື ແຈກຢາຍ ອຸປະກອນ ໃດໆກໍ່ຕາມ ທີ່ປະກອບດ້ວຍ (ຫລືກ່ຽວກັບ) Spyware, ໄວຣັດຄອມພິວເຕີ, Trojan horse, worm, keystroke logger, rootkit ຫຼື ຊອບແວ ຄອມພິວເຕີ ທີ່ ເປັນອັນຕະລາຍ ອື່ນໆ;
ຫ້າມ ;
(ງ) ຫ້າມ ດຳເນີນ ການກະທຳ ການເກັບ ກຳ ຂໍ້ມູນ ຢ່າງເປັນລະບົບ ຫລື ອັດຕະໂນມັດ (ລວມທັງການ, limitation scraping, data mining, data extraction and data harvesting) ຫຼື ກ່ຽວຂ້ອງ ກັບການບໍລິການ ຂອງພວກເຮົາ ໂດຍບໍ່ມີ ການຍິນຍອມ ເປັນ ລາຍລັກອັກສອນ.
ຫ້າມ ;
(ຈ) ຫ້າມໂພສ ອັນເກົ່າ ຊໍ້າຊາກ ຫລື ໂພສ ຂໍ້ຄວາມ ທີ່ບໍ່ມີ ສ່ວນກ່ຽວຂອ້ງ ຫລື ມີປະໂຫຍດຕໍ່ຜູ້ໃຊ້.

ຫົວຂໍ້ 4 - ລາຍງານການລ່ວງລະເມີດ

ເນື້ອໃນ, ຂໍ້ຄວາມ ແລະ ຮູບພາບ ທີ່ສະແດງໃນ Yoosai.la ແມ່ນ ຄວາມຄິດເຫັນ ຂອງຜູ້ຂຽນ ແລະ ບໍ່ແມ່ນ ຄວາມຄິດເຫັນຈາກ Yoosai.la ແຕ່ຢ່າງໃດ. Yoosai.la ໄດ້ດຳເນີນ ການຄວບຄຸມ ເນື້ອໃນ ທີ່ໂພສ ເປັນປະຈຳ. ໂດຍສະເພາະ ກ່ຽວກັບ ລິຂະສິດ. ເຖິງຢ່າງໃດ ກໍ່ຕາມ ຖ້າທ່ານ ສັງເກດເຫັນ ເອກະສານ ຫຼື ການກະທຳ ທີ່ ຜິດກົດໝາຍ ຫລື ລະເມີດ ຕໍ່ ແຈ້ງການນີ້ ຢູ່ໃນ ເວັບໄຊທ໌ຂອງພວກເຮົາ. ກະລຸນາ ລາຍງານ ພວກເຮົາ ໂດຍໃຊ້ ແບບຟອມຕິດຕໍ່.

ຫົວຂໍ້ 5 - ໃຊ້ໃນນາມຂອງອົງກອນການຄ້າ

ທ່ານສາມາດ ນຳໃຊ້ ເວັບ Yoosai.la ເພື່ອ ຕາງຫນ້າ ຮ້ານ ຫລື ອົງກອນ ຂອງທ່ານ ເພື່ອຂາຍ ຜະລິດຕະພັນ ຜ່ານທາງ ອິນເຕີເນັດ ໂດຍການ ນຳໃຊ້ ບັນຊີ ມືອາຊີບ. ບັນຊີ ມືອາຊີບ ຈະກຳນົດ ບັນຊີ ຂອງທ່ານ ຢ່າງຈະແຈ້ງ ວ່າເປັນ ທຸລະກິດ, ເຊິ່ງຈະຊ່ວຍໃຫ້ທ່ານ ສາມາດ ແນະນຳ ທຸລະກິດ ຂອງທ່ານ ແລະ ສະແດງ ຜະລິດຕະພັນ ຂອງທ່ານ ທັງໝົດ. ທ່ານ ຫ້າມໃຊ້ ບັນຊີ ມືອາຊີບ ຖ້າທ່ານ ບໍ່ເປັນ ຕົວແທນ ໃຫ້ແກ່ ທຸລະກິດ ທີ່ລົງທະບຽນ.

ຫົວຂໍ້ 6 - ການລົງທະບຽນ ແລະ ນຳໃຊ້ບັນຊີ

ຖ້າ ຢາກໃຊ້ ບໍລິການ ຂອງພວກເຮົາ ບໍ່ຈຳເປັນ ຕ້ອງລົງທະບຽນ ກໍ່່ໄດ້. ແຕ່ວ່າ ຖ້ານຳໃຊ້ ແບບ ບໍ່ລະບຸຊື່ ເລີຍ ແມ່ນຖືກຫ້າມ. ສຳລັບ ຜູ້ໃຊ້ ທີ່ບໍ່ໄດ້ລົງທະບຽນ, ຕ້ອງລະບຸ ຕົວຕົນ ໂດຍການໃສ່ ທີ່ຢູ່ອີເມວ ແລະ ເບີໂທລະສັບ ແທ້. Yoosai.la ອາດຈະ ເກັບກຳ ຂໍ້ມູນ ເພີ່ມເຕີມ ສຳລັບ ຈຸດປະສົງ ໃນການລະບຸຕົວຕົນ ຜູ້ໃຊ້ ເຊັ່ນ: ສະຖານທີ່ຢູ່, ທີ່ຢູ່ IP ການຕັ້ງຄ່າ ຂອງ ໂປແກຼມ ທ່ອງເວັບ, ຂໍ້ມູນ ກ່ຽວກັບ ອຸປະກອນ ແລະ ອື່ນໆ. ຖ້າຫາກ ທ່ານນຳໃຊ້ Yoosai.laທ່ານເຂົ້າໃຈ ແລະ ຕົກລົງ ທີ່ ຈະຕ້ອງ ຮັບຜິດຊອບ ບັນຊີ ແລະ ລະຫັດຜ່ານຂອງທ່ານໄວ້ ເປັນຄວາມລັບ ແລະ ເຫັນດີ ທີ່ຈະບໍ່ເອົາໃຫ້ ຄົນອື່ນໃຊ້. ທ່ານຕ້ອງ ຮັບຜິດຊອບ ໃນທຸກການກະທຳ ທີ່ໂພສລົງ ໃນເວັບໄຊ້ ໂດຍທ່ານເອງ ຫລື ຄົນອື່ນ ທີ່ໄດ້ນຳໃຊ້ ບັນຊີ ແລະ ລະຫັດ ຂອງທ່ານໂພສ.

ຫົວຂໍ້ 7 - ການຍົກເລີກແລະການໂຈະບັນຊີ

ທ່ານ ມີສິດຮັບຜິດຊອບ ພຽງແຕ່ ການຍົກເລີກ ບັນຊີ ຂອງທ່ານ. ສ່ວນ ອີເມວ ຫລື ໂທລະສັບ ໃນການຍົກເລີກ ບັນຊີ ຂອງທ່ານ ຍັງບໍ່ໄດ້ ຖືກຍົກເລີກ. ທ່ານສາມາດ ຍົກເລີກ ບັນຊີ ຂອງທ່ານ ໄດ້ທຸກເວລາ ໂດຍໃຊ້ ແບບຟອມຕິດຕໍ່ ຢູ່ ໃນເວັບໄຊ້. ເນື້ອໃນທັງ ໝົດຂອງທ່ານ ຈະຖືກລຶບອອກ ຈາກການ ບໍລິການທັນທີ ເມື່ອຖືກຍົກເລີກ. ຂໍ້ມູນນີ້ ບໍ່ສາມາດ ເອົາຄືນໄດ້ ເມື່ອບັນຊີ ຂອງທ່ານ ຖືກຍົກເລີກແລ້ວ. Yoosai.la ມີສິດ ທີ່ຈະປະຕິເສດ ການໃຫ້ບໍລິການ, ການໂຈະ ຫລື ການລົບລ້າງ ບັນຊີທ່ານ ລວມທັງການ ໃຫ້ນຳໃຊ້ ບໍລິການຂອງ Yoosai.la ທັ້ງປັດຈຸບັນ ແລະ ອານາຄົດໄດ້ ບໍ່່ວ່າ ຈະເປັນ ເຫດຜົນ ຫລື ເວລາໃດ ກໍ່ຕາມ. ການລົບລ້າງ ການບໍລິການ ດັ່ງກ່າວ ຈະສົ່ງຜົນໃຫ້ ບັນຊີ ຂອງທ່ານ ຖືກປິດ ການນຳໃຊ້ ຫລື ຖືກລຶບ, ລວມທັງ ການເຂົ້ານຳໃຊ້ ບັນຊີ ຂອງທ່ານ ບໍ່ໄດ້, ແລະ ທຸກເນື້ອໃນ ຂອງທ່ານ ໃນບັນຊີ ແມ່ນ ຖືກສູນເສຍ ທັງຫມົດ. Yoosai.la ຂໍສະຫງວນສິດ ໃນການປະຕິເສດ ການບໍລິການ ໃຫ້ໃຜກໍ່ໄດ້, ເຫດຜົນໃດກໍ່ໄດ້ ແລະ ເວລາໃດກໍ່ໄດ້.

ຫົວຂໍ້ 8 - ຄ່າທຳນຽມ ບໍລິການ

ເວັບໄຊ້ Yoosai.la ແມ່ນມີ ການບໍລິການ ແບບພື້ນຖານ ແລະ ບໍລິການ ແບບພິເສດ (ພຣີມ່ຽມ). ການເຂົ້າໃຊ້ ບໍລິການ ພື້ນ ຖານຂອງ Yoosai.la ແມ່ນ ບໍ່ເສຍຄ່າ ທຳນຽມ. ແຕ່ ການເຂົ້າເຖິງ ບໍລິການ ແບບພິເສດ ອາດຈະ ຖືກຄິດ ຄ່າທຳນຽມ. ເວັບ Yoosai.la ຂໍສະຫງວນສິດ ໃນການປ່ຽນແປງ ຮູບແບບ ການບໍລິການ ທັ້ງແບບ ພື້ນຖານ ແລະ ແບບພິເສດ. ລວມກັບ ການປ່ຽນ ແປງຄ່າ ທຳນຽມ ຂອງການ ບໍລິການ ພິເສດ ໂດຍບໍ່ມີການ ແຈ້ງລ່ວງຫນ້າ.

ຫົວຂໍ້ 9 - ເນື້ອຫາຂອງທ່ານ

ເມື່ອທ່ານ ເຜີຍແຜ່ ເນື້ອຫາ(content) ໃນ Yoosai.la,ທ່ານ ຕ້ອງ ຮັບປະກັນວ່າ ທ່ານເປັນເຈົ້າຂອງ ຫຼື ຄວບຄຸມສິດ ທີ່ ກ່ຽວຂ້ອງ ໃນເອກະສານ. ໂດຍການ ເຜີຍແຜ່ ເນື້ອໃນ ກ່ຽວກັບ Yoosai.la, ທ່ານ ອະນຸຍາດ ໃຫ້ນຳໃຊ້ ເນື້ອຫາ ຄືນໃໝ່ ໂດຍບໍ່ຈຳກັດ, ລວມທັງ ຂໍ້ຄວາມ ແລະ ຮູບພາບ ສຳລັບ ການເຜີຍແຜ່, ການແຈກຢາຍ ຄືນໃໝ່, ແລະ ການໂຄສະນາເຜີຍແຜ່ ຂອງບໍລິການ.

ຫົວຂໍ້ 10 - ການແຍກສ່ວນຂອງສັນຍາ

ໃນກໍລະນີສ່ວນໃດສ່ວນໜຶ່ງຂອງສັນຍາເປັນໂມຄະ ໃຫ້ຄູ່ສັນຍາສຶບຕໍ່ປະຕິບັດຕາມສັນຍາສ່ວນທີ່ບໍ່ເປັນໂມຄະຕໍ່ໄປ