ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ແກງຊີ້ນຟານ ສູດເຜົ່າມົ້ງ

(1 ໂຫວດ) • ໂດຍ Mrs Kue

6 ຄົນ · ປານກາງ · 80 ນາທີ · ປານກາງ

ພໍ່ຂອງຂ້ອຍມັກ ລ່າສັດ(ຟານ), ແລະ ມາຮອດມື້ນີ້ ແມ່ ແລະ ອ້າຍ ຂອງຂ້ອຍ ກໍ່ຍັງມັກລ່າສັດຢູ່ . ຫວ່າງກີ້ນີ້ ພີ່ນ້ອງໄດ້ເອົາ ຊີ້ນຟານສົດມາໃຫ້. ຂ້ອຍເລີຍ ເຮັດ ຕົ້ມຟານ ແບບສູດມົ້ງ. ຜົວຂອງຂ້ອຍກມັກ ເມນູນີ້ຫລາຍ. ຂ້ອຍຊອກ ຫາ ສູດ ແລະ ວິທີເຮັດ ບໍ່ເຫັນ ຂ້ອຍເລີຍ ເຮັດເອງຕາມທີ່ ສູດໄທເຮືອນຂ້ອຍເຮັດກິນ ແລະ ເຄີຍໄປກິນ ນຳພີ່ນ້ອງເຜົ່າມົ້ງ! ສູດນີ້ ເຮັດງ່າຍໆ ສ່ວນ ວ່າ ລົດຊາດນັ້ນ ກໍ່ໄປປັບເອງຕື່ມ ຕາມໃຈມັກເດີ.

ສູດຈາກMrs Kue / How to Make Authentic Hmong Deer Stew

ເຄື່ອງປຸງ

ວິທີເຮັດ

ກະກຽມ:

ລ້າງຜັກ ແລະ ຫອມ ທັງໝົດໄວ້ກ່ອນ. ເດັດ ຫອມລາບ, ບົວລະພາ, ແລະ ຫອມປ້ອມໄວ້.

ຊອຍ ຫອມປ້ອມ ແລະ ຫອມບົ່ວໃບ.

ຜ່າ ໝາກເຂືອ ແລ້ວຊອຍ ເປັນປ່ຽງ.

ປອກຂີງ ແລະ ຂ່າ ແລ້ວຊອຍ ເປັນປ່ຽງ.

ສັບກະທຽມ

ລອກໄຂມັນ ແລະ ເອັນ ອອກຈາກຊີ້ນ ແລ້ວ ຟັກ ເປັນຕ່ອນບໍ່ມຸ່ນ ປານໃດ.

ວິທີແຕ່ງ:

1. ຄ້າງໝໍ້, ໃສ່ ນ້ຳມັນ 2 ບ່ວງແກງ, ໃສ່ ກະທຽມສັບ ແລະ ຂີງ ຊອຍລົງໄປຂົ້ວປະມານ 1 ນາທີ ຈົນຫອມ. ໃສ່ ເກືອ ແລະ ພິກໄທ 1 ຢິບມື.

2. ໃສ່ຊີ້ນຟານ ລົງໄປຂົ້ວ ແລະ ຕາມດ້ວຍຫົວສີໄຄ. ຂົ້ວຈົນ ຊີ້ນ ອອກສີນ້ຳຕານປະມານ 6-8 ນາທີ. ປຸງລົດດ້ວຍ ເກືອ ແລະ ພິກໄທ 1 ຢິບມື.

3. ຈາກນັ້ນໃສ່ ນ້ຳລົງໝໍ້ 8 ຈອກ. ຕົ້ມໄຟ ກາງ ປະມານ 40 ນາທີ, ໝັ່ນຄົນເປັນໄລຍະ ແລະ ປິດຝາໝໍ້ ເວລາຕົ້ມ

4. ແລ້ວໃສ່ ໝາກເຂືອ, ໃບຂີ້ຫູດ, ໝາກເຜັດ ແລ້ວຕົ້ມຕໍ່ ອີກ 15 ນາທີ ໄຟກາງ.

5. ສຸດທ້າຍ ໃສ່ ຫອມປ້ອມ, ຫອມບົ່ວຊອຍ, ບົວລະພາ, ແລະ ຫອມລາບ. ຄົນໃຫ້ເຂົ້າກັນ ແລະ ປິດຝາໝໍ້ໄວ້ 1 ນາທີ.

ຈາກນັ້ນ ຕັກເສີບ ກິນກັບເຂົ້າຈ້າວ.

ຄຳເຫັນເພີ່ມ:

ໄປຕະຫລາດ ອາຊີໃກ້ບ້ານ ຫລື ຮ້ານຂາຍຊີ້ນ ຖ້າ ບໍ່ມີ ຊີ້ນຟານ ໃຫ້ໃຊ້ ຊີ້ນງົວແທນກໍ່ໄດ້.

ຖ້າບໍ່ມີ ຜັກຫອມ ທັງໝົດ ບໍ່ເປັນຫຍັງ. ໃຫ້ ມີແຕ່ ກະທຽມ, ຂີງ, ບົ່ວໃບ, ແລະ ຫອມລາບ ກະພໍ. ຜັກ ພວກນີ້ ຫາຊື້ໄດ້ງ່າຍຢູ່ແລ້ວ.

ຖ້າບໍ່ມີ ໝາກເຂືອ ເອົາ ໝາກ ຊູກິນີ ຫລື ກາລົດ ແທນກໍ່ໄດ້

ຮູ້ບໍ່ ວ່າ ໃຊ້ ເບຍ 2 ຈອກ ໃສ່ນຳຕອນຕົ້ມກໍ່ໄດ້ ! ແມ່ນແລ້ວ, ຄົນມົ້ງ ມັກ ແຕ່ງກິນ ກັບ ເບຍ. ບໍ່ຕ້ອງຫ່ວງວ່າຊິເມົາ ເພາະວ່າ ເວລາ ນຳເບຍ ມາແຕ່ງກິນ ກັບຄວາມຮ້ອນ ທາດເຫລົ້າຈະ ລະເຫີຍ ອາຍ ອອກໄປ.

ອາຫານ ເຜົ່າມົ້ງ ສ່ວນໃຫຍ່ ຈະບໍ່ຖືກ ຂຽນໄວ້ ແລະ ກະຕວງ ຢ່າງຊັດເຈນ. ສູດອາຫານນີ້ ແມ່ນ ສືບມາຈາກ ຄອບຄົວ. ທ່ານ ສາມາດ ໄປປັບໄດ້ ຕາມໃຈມັກ.

ສູດນີ ຂ້ອຍບໍ່ໄດ້ໃສ່ ແປ້ງນົວ ແຕ່ວ່າ ສ່ວນຫລາຍ ອາຫານ ອາຊີ ຈະໃສ່ ແຕ່ ກໍ່ແລ້ວແຕ່ຜູ້ມັກ, ແຕ່ຖ້າ ຊິໃສ່ ກໍ່ໃສ່ ໜ້ອຍໜຶ້່ງ ລະພໍ ເພາະ ຂ້ອຍສັງເກດວ່າ ເວລາໃສ່ຫລາຍ ນ້ຳແກງ ມັນຈະອອກຂົມ.

ເວົ້າເລື່ອງຂົມ, ມີອີກ ແກງຟານ ສູດໜຶ່ງ ຂອງ ເຜົ່າມົ້ງ ແມ່ນໃຊ້ ໝາກມະລະ ແທນ ໝາກເຂືອປ້ອມ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ