ໜ້າຫຼັກສູດອາຫານຍີ່ປຸ່ນສະຫຼັດ

ແຊວມ໋ອນດອງສະອິ້ວ

(2 ໂຫວດ) • ໂດຍ Kimmi Kim

1 ແພັກ · ງ່າຍ · 270 ນາທີ · ປານກາງ

ບໍ່ຄິດວ່າມັນຊິເຮັດງ່າຍແລະແຊບປານນີ້ ແຊ໋ວມ໋ອນດອງສະອິ້ວ, ເຮັດກິນແລ້ວແຊບຖືກໃຈ, ເລີຍຢາກມາແຊສູດໃຫ້ສາຍກິນທັງຫລາຍໄດ້ໄປລອງເຮັດເບິ່ງ... ງ່າຍກ່ອນຈືນໄຂ່ ກະເຮັດແຊ໋ວມ່ອນດອງສະອິ້ວນີ້ລະນ່າ!

ເຄື່ອງປຸງ

ວິທີເຮັດ

1. ໃສ່​ຂີງ​ແກ່ທີ່ຝານແລ້ວ,​ ສະອິ້ວ, ມິຣິນ, ນ້ຳຕານ, ແລະນ້ຳດື່ມ ລົງໃນໝໍ້, ​ຕົ້ມ​ໃຫ້ຟົດ​ 3-5ນາທີ ແລ້ວ​ເອົາອອກປະໄວ້ໃຫ້ເຢັນ.​

2. ຊອຍແຊວມ່ອນເປັນຕ່ອນ, ​ຊອຍກະທຽມ, ໝາກເຜັດ​ເປັນຕ່ອນນ້ອຍ.

3. ຈັດແຊ່ວມ໋ອນໃສ່ຖາດຫລືກັບທີ່ມີຝາປິດ, ໂຮຍກະທຽມ, ໝາກເຜັດ, ແລະ​ງາຂົ້ວໃຫ້ທົ່ວໜ້າ.​ແລ້ວ​ຖອກນ້ຳສະອິ້ວຕົ້ມລົງໄປໃຫ້​ທົ່ວ​ແລະຖ້ວມພໍດີ.​ ປິດຝາ​ໄວ້​ເຂົ້າຕູ້ເຢັນປະມານ 4ຊົ່ວໂມງ ຫລື​ຮອດ​12​ຊົ່ວໂມງກໍ່ໄດ້.

4. ເອົາອອກມາກິນກັບ ສາຫຼ່າຍ,​ ເຂົ້າ,​ຫລື​ຈ້ຳກັບແຈ່ວ ຊີຟູດ ແລະ ກັບຜັກສົດ ກະແຊບ 😘😋

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ດີຫຼາຍ
ຫນ້າແຊບ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ