ໜ້າຫຼັກສູດອາຫານຍີ່ປຸ່ນປະເພດຂົ້ວ/ຜັດ

ເຂົ້າໜ້າໝູ ຍີ່ປຸ່ນ

(1 ໂຫວດ) • ໂດຍ Kimmi Kim

4 ຄົນ · ງ່າຍ · 20 ນາທີ · ປານກາງ

ເຂົ້າໜ້າໝູ ຍີ່ປຸ່ນ ແຊບ ແບບຢູ່ຮ້ານເລີຍ. ວິທີເຮັດກະງ່າຍສຸດ ລົດຊາດຖືກໃຈທັງຄອບຄົວເລີຍ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຂົ້ວ ຫອມບົ່ວໃຫຍ່ ໃສ່ນ້ຳມັນໃຫ້ເຫລືອງຫອມ

2. ເອົາຊີ້ນ ລົງຂົ້ວໃສ່ຫອມບົ່ວໃຫ້ສຸກ. ໝັ່ນຄົນໃຫ້ຊີ້ນແຢກອອກຈາກກັນ.

3. ຝົນຂີງໃສ່ ປະມານ​1 ບວ່ງກາເຟ

4. ໃສ່​ສະອິ້ວຍີ່ປຸ່ນ,​ ສະອິ້ວກິໂກແມນ, ມິຣິນ,​ ແລະນ້ຳຕານ.​ຄົນໃຫ້ເຂົ້າກັນດີ ປິດຝາຫມໍ້ໄວ້ປະມານ 5ນາທີ​ໃຫ້ນ້ຳມັນຊຶມເຂົ້າເນື້ອດີແລ້ວ, ຊີມ​ ໃຫ້ໄດ້ລົດຊາດຕາມໃຈມັກ ແລ້ວ​ປິດໄຟ.​

5. ວິທີເສີບ, ຕັກເຂົ້າໃສ່ຖ້ວຍ,​ຕັກຂົ້ວຊີ້ນໃສ່ທາງຫນ້າ, ແກະໄຂ່ລວກລົງ,​ແລ້ວ​ຜັກຫອມບົ່ວໂຮຍ.​ກຽມ​ກິນໄດ້​:)​

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ