ໜ້າຫຼັກສູດອາຫານລາວປະເພດເສັ້ນ

ເຂົ້າປຸ້ນນ້ຳຊີ້ນເມືອງຫລວງ

(0 ໂຫວດ) • ໂດຍ Kimmi Kim

4 ຄົນ · ຍາກ · 3 ຊົ່ວໂມງ · ປານກາງ

ເຂົ້າປຸ້ນນ້ຳຊີ້ນເມືອງຫລວງ ແມ່ນຕົ້ນຕຳລັບ ມາຈາກເມືອງຫລວງ, ມື້ກ່ອນ ມີໝູ່ບອກມາ ວ່າເຮັດແບບນີ້. ເລີຍລອງເຮັດເບິ່ງ, ຜົນ ອອກມາກະແຊບແທ້ໃດລະ ເລີຍຢາກເອົາມາແຊ. ສູດຕາມນີ້ເລີຍເນີ :)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ1: ຫມົກຂ່າ, ກະທຽມ , ແລະ ຫມາກເຜັດໃສ່ກະທະ ຫລື ປີ້ງໃສ່ເຕົາຖ່ານໃຫ້ສຸກເປັນສີນ້ຳຕານ ແລ້ວ ພັກໄວ້

ຂັ້ນຕອນ2: ປີ້ງຊີ້ນ ແລະ ກະດູກ ໃຫ້ເປັນສີນ້ຳຕານທາງນອກ ແຕ່ບໍ່ໃຫ້ສຸກ ແລ້ວ ພັກໄວ້

ຂັ້ນຕອນ 3: ຈຽວນ້ຳຕານໃສ່ຫມໍ້ທີ່ຈະຕົ້ມຊີ້ນນັ້້ນ ໃຫ້ແດງ ໃສ່ເກືອ ແລະເທນ້ຳລົງໄປ ຕາມດ້ວຍຂ່າ ທີ່ປີ້້ງໄວ້ນັ້ນລົງໄປ

ຂັ້ນຕອນ 4: ພໍນ້ຳຟົດ ໃຫ້ໃສ່ ຊີ້ນແລະກະດູກລົງໄປ ປຸງເຄື່່ອງດ້ວຍນ້ຳປາ ແລະຕົ້ມໄຟອ່ອນ ຈົນເປື່ອຍ ປະມານ 2ຊມ. ຫມັ່ນຕັກຟອງໄຂມັນອອກນ້ຳຊຸບຈະໃສດີ.

ຂັ້ນຕອນ5: ຊອຍເຫຍື່ອເຂົ້າປຸ້ນໄວ້ ເຊັ່ນ: ກະລ່ຳ, ຫມາກຖົ່ວ, ຫອມປ້ອມ, ຫອມເປ, ຫອມບົ່ວ.

ຂັ້ນຕອນ6: ເມື່ອຊີ້້ນເປື່ອຍແລ້ວໃຫ້ເອົາຊີ້ນອອກມາຊອຍໄວ້ ແລ້ວເອົາກະທຽມຫມົກລົງໄປຕົ້ມປະມານ 10ນາທີ ໄຟຄ່ອຍ

ຂັ້ນຕອນ7:

- ຕຽມຖ້ວຍເຂົ້້າປຸ້ນ1 ຖ້ວຍ: ໃສ່ເຂົ້້າປຸ້ນລົງໄປ ສອງຫົວ(ປະມານ100ກຣາມ), ຫມາກຖົ່ວ, ກະລ່ຳປີ, ຫນໍ່ໄມ້, ຫອມປ້ອມ, ຫອມບົ່ວ, ແລະ ຫອມເປລົງໄປຕາມໃຈຊອບ. ໃສ່ຊີ້້ນທີ່ຊອຍລົງໄປ

- ຕັກນ້ຳແກງໃສ່ຖ້ວຍເຂົ້້າປຸ້ນ , ປູຸງລົດ ດ້ວຍ ຫມາກເຜັດຜົງ ແລະ ຫມາກນາວ ຕາມໃຈຊອບ.

- ເສີບພ້ອມ ຫມາກຖົ່ວຍາວ ແລະ ຫມາກເຜັດດິບ ກັບ ກະປິ

ເຄັດລັບ: ນ້ຳຊຸບຕ້ອງຮ້ອນຕອນຕັກໃສ່ຖ້ວຍກ່ອນເສີບມັນຈຶ່ງແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ