ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດ ອົບ/ເອາະ/ຕຸ໋ນ

ອົບປາສະຫວາຍ

(1 ໂຫວດ) • ໂດຍ Kimmi Kim

6 ຄົນ · ງ່າຍ · 30 ນາທີ · ປານກາງ

ເມນູ​ນີ້​ ໄດ້ແຮງບັນດານໃຈ ມາຈາກ​ແອັດມິນ​ ກຸ່ມ ອາຫານຫວຽດນາມ ​Vietnamese​ Soul ​Food​.​ ເຄີຍກິນຢູ່ ຮ້ານຫວຽດ ແຕ່ບໍ່ເຄີຍ ຮູ້ ວ່າເຮັດແນວໃດ. ມື້ນີ້ ເລີຍ ລອງເຮັດເທື່ອທຳອິດ​ ກະແຊບເລີຍ.​ ບໍ່ເຊື່ອ ​ໄປເຮັດເບິ່ງໂລດເດີ ຕາມນີ້ເລີຍ ບໍ່ຍາກ ດັ່ງທີ່ຄິດ ແຕ່ແຊບກວ່າ ທີ່ຄິດ :)

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ກະທະ ໃສ່ນ້ຳມັນ ແລ້ວ​ໃສ່​ນ້ຳຕານ​3 ບ່ວງແກງ. ຂ້ຽວຈົນໃຫ້ມັນອອກ​ ສີນ້ຳຕານເຂັ້ມໆ ພຸ້ນລະ.​

2.​ໃສ່ກະທຽມ​ ແລະ​ ຫອມບົ່ວແດງ​ ລົງໄປ.​ຄົນປະມານ 5 ວິນາທີ​ແລ້ວຈິ່ງໃສ່ນ້ຳລົງໄປ.​ ແລ້ວ ໃສ່​ເຄື່ອງ​ປຸງ ທັງຫມົດ​ລົງໄປ (ຍົກເວັ້ນ ໝາກເຜັດ ແລະ ຫອມບົ່ວ), ຄົນໃຫ້ເຂົ້າກັນ. ຈາກນັ້ນ ໃສ່​ປາ,​ວາງລົງໄປ​ໃຫ້ຫ່າງກັນ.​

3.​ປິດຝາ​ໝໍ້​ ໃຊ້ໄຟກາງ​ຫາແຮງ ປະໄວ້​ປະມານ​ 5-6 ນາທີ. ຈາກນັ້ນ​ປີ້ນປາ,​ແລ້ວ​ປິດຝາໝໍ້​ໄວ້ອີກ 5-6 ນາທີ.

4.​ ໃສ່ໝາກເຜັດ​ລົງໄປ​ແລ້ວ​ ຕຸ໋ນໄປ ອີກ​15​ນາທີ ບໍ່ປິດຝາໝໍ້ ເພື່ອໃຫ້ນ້ຳແຫ້ງລົງ.​ແຕ່​ໃຫ້​ປີ້ນ​ຕ່ອນ ປາ​ທຸກໆ​5 ນາທີ.​

5.​ໃສ່​ຫອມບົ່ວໃບ​ຊອຍ​ ແລະຊີມລົດຕາມໃຈ ມັກ.​ ຖ້າຂຸ້ນໄປ​ ໃຫ້ຕື່ມນ້ຳ​ ອີກ​ຫນ້ອຍໜຶ່ງກໍ່ໄດ້.​ ເສີບ​ກິນ​ ກັບ​ ເຂົ້າຈ້າວຮ້ອນໆ ແຊບ ທີ່ສຸດ​😊👍


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ