ໜ້າຫຼັກສູດອາຫານລາວປະເພດປີ້ງ/ດາດ

ອົບໄກ່ ແບບປິກນິກ

(0 ໂຫວດ) • ໂດຍ Kimmi Kim

6 ຄົນ · ງ່າຍ · 70 ນາທີ · ປານກາງ

ໃຜຍັງຄິດບໍ່ອອກ ວ່າຊິເຮັດຫຍັງກິນ ຕອນໄປ​ຕັ້ງແຄ໋ມ ​ຫລື​ ປິກນິກ.​ ແມ່ນ ຂໍແນະນຳເຮັດອົບໄກ່ ໃສ່​ເບຄອນ ແລະ​ມັນຝລັ່ງ ແບບນີ້ເດີ.​ ກຽມເຄື່ອງ ບໍ່ໄດ້ຫຍຸ້ງຍາກ​ ແລະ​ຜົນອອກມາ ແຊບ​:)​

ເຄື່ອງປຸງ

ວິທີເຮັດ

1. ເອືອບໄກ່ດ້ວຍ ເກືອ,​ພິກໄທ, ຜົງຄະນໍ,ແລະຜົງກະທຽມ. ທາໃສ່ໃຫ້ທົ່ວ ທາງໃນແລະນອກຫນັງໄກ່.​

2. ວາງໄກ່ລົງໃນ ຖາດ​ອາລູມິນຽມ ແລ້ວ​ຍັດ​ ຫົວບົ່ວໃຫຍ່ຜ່າເຄິ່ງ,​​ກະທຽມ​ຜ່າເຄິ່ງ,​ແລະ​ ມັນຝລັ່ງ​ນ້ອຍ​ຜ່າເຄິ່ງ​ລົງເຂົ້າໄປໃນທ້ອງໄກ່​ຈົນເຕັມ.​ ແລະວາງອ້ອມໆ ໄກ່ໃຫ້ເຕັມຖາດ (ໃຫ້ໂຮຍເກືອ,​ພິກໄທ, ແລະ​ຜົງຄະນໍໃສ່.​ພວກມັນຝລັ່ງອ້ອມໄກ່ຫັ້ນນຳ)​.

3. ເອົາ​ເບຄອນເປັນແຜ່ນ ປົກໄກ່ ໄວ້.​(ໃສ່ຫລາຍຫນ້ອຍຕາມໃຈມັກ)​.

4. ເອົາ​ເຈ້ຍ​ອາລູມິນຽມ​ ​ຫຸ້ມປິດ​ຖາດໄວ້ ໃຫ້ດີ.​ແລ້ວ​ນຳໄປໃສ່ເທິງ ເຕົາຖ່ານ ປະໄວ້​ 40ຊົ່ວນາທີ. ຫລື​ສັງເກດຈົນກວ່າໄກ່ສຸກ.​ ໃຫ້ເອົາເຈ້ຍອາລູມີນຽມ ອອກ​ ແລ້ວ​ປີ້ງຕໍ່ໃຫ້ ຫນັງ​ແລະ​ເບຄອນ ກອບ ປະມານ 10ນາທີ.​(ລະວັງຊ່ວງ ອົບໄວ້ ​ຢ່າໃຊ້ໄຟແຮງ ຫລາຍ​ເພາະ​ຫນັງໄກ່ ຕິດຖາດ ທາງພື້ນຈະໄຫມ້​ກ່ອນໄກ່ສຸກ).​


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ