ໜ້າຫຼັກສູດອາຫານລາວboiled

ເສັ້ນເຂົ້າປຽກ

(0 ໂຫວດ) • ໂດຍ Saeng Douangdara

2 ຄົນ · ປານກາງ · 15 ນາທີ · ຖືກ

ຕົ້ມເຂົ້າປຽກເສັ້ນ ໃສ່ໄກ່ ເປັນ ເມນູ ທີ່ນິຍົມໃນລາວ, ເຊິ່ງຂ້ອຍເອງກະມັກກິນຄືກັນ. ມີແຕ່ ແປ້ງປະກອບ 3 ຢ່າງ ເທົ່ານັ້ນ ທີ່ຈະມາເຮັດ ເສັ້ນເຂົ້າປຽກ ນັ້ນຄື: ແປ້ງສິງກະໂປ, ແປ້ງເຂົ້້າຈ້າວ, ແລະ ແປ້ງເຂົ້າໜຽວ (ບາງຄົນໃສ່).

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ສູດ 1-ສູດມາດຕະຖານ

ສູດ 2-ສູດອ່ອນນຸ້ມ

ສູດ 3-ສູດໜຽວ

ວິທີເຮັດ

1. ເອົາຊາມໃຫຍ່ ມາໃສ່ ແປ້ງ ສິງກະໂປ ແລະ ແປ້ງເຂົ້າຈ້າວ ແລ້ວ ໃຊ້ ໄມ້ ຫລືບ່ວງ ຄົນໃຫ້ເຂົ້າກັນດີ.

2. ຖອກນ້ຳຮ້ອນໃສ່ ຊາມແປ້ງ ແລ້ວ ຄົນໃຫ້ໄວໆ (ໃຊ້ບ່ວງ)

3. ໃຊ້ບ່ວງຄົນ ທຳອິດ ແປ້ງມັນຈະເປັນແຫ້ງໆຢູ່ ແຕ່ໃຫ້ສືບຕໍ່ຄົນ ໃຫ້ແປ້ງ ພໍອຸ່ນໆ ໃຫ້ໃຊ້ມືນວດໄດ້. .

4. ໃຊ້ມືນວດ ແປ້ງໃຫ້ເຂົ້າກັນດີ. ນວດຈົນ ສາມາດປັ້ນເປັນກ້ອນແໜ້ນໆ. ສັງເກດຖ້າ ແປ້ງຍັງແຕກ ອອກຈາກກັນໃຫ້ ຕື່ມນ້ຳຮ້ອນໃສ່ ເທື່ອລະບ່ວງ ແລ້ວນວດຕໍ່ໄປ ຈົນເປັນກ້ອນແໜ້ນ.

5. ຕຽມພື້້ນ ພຽງ ຫລື ຂຽງກະໄດ້, ໂຮຍແປ້ງໃສ່ ແລ້ວ ເອົງກ້ອນ ແປ້ງທີ່ນວດນັ້ນລົງ, ແລ້ວລິ້້ງ ເປັນແຜ່ນບາງ ຕາມໃຈມັກ ແລ້ວ ໂຮຍແປ້ງອີກເທື່ອໜຶ່ງ.

6. ຕັດຂອບໆ ແຜ່ນແປ້ງອອກ ແລ້ວ ຕັດເຄິ່ງ ຫລື ຕັດອີກໃຫ້ພໍດີຊອຍ.

7. ຊ້ອນແປ້ງເຂົ້້າກັນເປັນຊັ້້ນ ແລ້ວຊອຍ ເສັ້ນໜາ-ບາງ ຕາມໃຈມັກ ຢ່າລືມ ໂຮຍແປ້ງໃສ່ນຳ. (ສາມາດເກັບໃສ່ຖົງໄວ້ ຖ້າຍັງບໍ່ທັນໄດ້ແຕ່ງ).

8. ຕົ້້ມເສັ້ນ ປະມານ 2-3 ນາທີ ໃນນ້ຳຟົດ ຖືວ່າໃຊ້ໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ