ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວໝາກເລັ່ນ

(1 ໂຫວດ) • ໂດຍ Saeng Douangdara

1 ຖ້ວຍ · ງ່າຍ · 30 ນາທີ · ຖືກ

ຂ້ອຍກິນແຈ່ວນີ້ ຕະຫລອດທັ້ງປີ. ແລະ ຕອນນີ້ ຂ້ອຍຄິດວ່າ ມັນເຂົ້າກັນດີ ກັບຊ່ວງ ຄິສມາສ ເພາະ ແຈ່ວໝາກເລັ່ນ ມັນຈະອອກ ສີແດງ ແລະ ຂຽວ. ແຈ່ວໝາກເລັ່ນ ເຂົ້າກັນໄດ້ດີ ກັບ ເຂົ້າໜຽວ ໜຶ້ງຮ້ອນໆ. ຄວາມຟິນສຸດກະໜ້າຈະແມ່ນ ມັນມີຄວາມຫອມ ຂອງປາແດກນຳ. ແລ້ວ ເຈົ້າເດ ມັກ ແຈ່ວລາວໆ ແບບໃດ?

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ລ້າງ ໝາກເລັ່ນໃຫ້ສະອາດ. ປອກຫອມບົ່ວ ແດງ ແລ້ວ ຜ່າເຄິ່ງ. ແລ້ວ ກຽມກະທຽມ 10 ງີມ (ຈີ່ແລ້ວຈິ່ງປອກງ່າຍກວ່າ).

2. ຈີ່ໝາກເລັ່ນ, ຫອມບົ່ວແດງຊອຍ, ກະທຽມ, ແລະ ໝາກເຜັດ ໃນໝໍ້ທອດ ໄຮ້ນ້ຳມັນ ທີ່ 200° ອົງສາC (400F) ປະມານ 20 ນາທີ.

3. ແລ້ວ ເອົາໃສ່ ຄົກຕຳກະທຽມ ກັບໝາກເຜັດກ່ອນ ແລ້ວຈຶ່ງໃສ່ ຫອມບົ່ວ. ຕຳຈົນມຸ່ນ. ແລ້ວຄ່ອຍໃສ່ ໝາກເລັ່ນ ຕຳໃຫ້ໝາກເລັ່ນ ແຫລກ ເຂົ້າກັນກັບເຄື່ອງດີ.

4. ໃສ່ແປ້ງນົວ, ປາແດກ, ນ້ຳປາ. ຄ່ອຍຕຳໃຫ້ເຂົ້າກັນ ແລະ ຊີມ ລົດຊາດຕາມໃຈມັກ. ສຸດທ້າຍ ໃສ່ ຫອມປ້ອມຊອຍ ແລ້ວ ຄ່ອຍຄົນ ໃຫ້ເຂົ້າກັນ, ຕັກໃສ່ ຖ້ວຍ, ຕົບແຕ່ງ ດ້ວຍຫອມປ້ອມ ໂຮຍໜ້າ. ກິນກັບເຂົ້າໜຽວ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ