ໜ້າຫຼັກສູດອາຫານລາວອົບ

ເຂົ້າປາດ

(0 ໂຫວດ) • ໂດຍ Saeng Douangdara

6 ຄົນ · ປານກາງ · 205 ນາທີ · ປານກາງ

ມັນແໜ້ນ ມັນສີຂຽວງາມ ແລະ ມັນກະແຊບ. ເຂົ້າປາດເຮັດມາຈາກ ແປ້ງສິງກະໂປ ແລະ ແປ້ງເຂົ້າຈ້າວ. ລູກຫລານ ຢູ່ ບ້ານ ທ່ານ ຕ້ອງມັກ ກິນ ແລະ ມັກ ຫລິ້ນໄປນຳແນ່ນອນ ເພາະ ມັນ ເປັນຫນຽວໆ ຢືດໆ. ເຂົ້າປາດ ມີກິ່ນຫອມ ຈາກໃບເຕີຍ ແລະ ຄວາມຫອມແລະ ສົດຂອງ ໝາກພ້າວຂູດ ຈັ່ງແມ່ນ ເຂົ້າກັນດີ. ຕອນເຮັດນີ້ ຕ້ອງໃຈເຢັນໆເດີ ເພາະວ່າ ມັນຕ້ອງໃຊ້ເວລາ ກວ່າມັນຊິເຢັນ ແຕ່ຮັບປະກັນ ວ່າສົມກັບ ການລໍຄອຍ ແນ່ນອນ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຂູດໝາກພ້າວຫ້າວ ຫລື ພ້າວອ່ອນ (ເລືອກຕາມໃຈມັກ) ເອົາແຕ່ເນື້ອມັນ.

2. ເຮັດນ້ຳໃບເຕີຍ ໂດຍການ ປັ່ນໃບເຕີຍ ໃສ່ນ້ຳ ແລ້ວ ໄປຕອງເອົາແຕ່ນ້ຳ.

3. ເອົາຊາມມາ ປະສົມແປ້ງ ເຂົ້າຈ້າວ, ແປ້ງສິງກະໂປ ແລະ ເກືອ ຈາກນັ້ນຄົນໃຫ້ ເຂົ້າກັນດີ.

4. ເອົາຊາມ ອີກໃບໜຶ່ງມາ, ໃສ່ ກະທິໝາກພ້າວ, ນ້ຳໃບເຕີຍ, ກິ່ນໃບເຕີຍ (ສຳເລັດຮູບ), ແລະ ນ້ຳຕານ ແລ້ວຄົນ ໃຫ້ເຂົ້າກັນ.

5. ໃສ່ ນ້ຳກະທິທີ່່ ປະສົມນ້ຳໃບເຕີຍນັ້ນ ລົງໃສ່ ຊາມແປ້ງ ແລ້ວ ຄົນເຂົ້າກັນ.

6. ແລ້ວນຳ ໄປຕົ້ມ ໃສ່ໝໍ້ ທຳອິດເຮັດໄຟແຮງ ຈົນແປ້ງມັນ ເລີ່ມຂຸ້ນ, ແລ້ວ ໃຫ້ລົດໄຟອ່ອນ ຕົ້ມຕໍ່ ປະມານ 8-10 ນາທີ. ສັງເກດ ມັນຈະແຂ້ນ ແລະ ເປັນເນື້ອ ມັນໆຖືວ່າສຸກ.

7. ທານ້ຳມັນໃສ່ ຖາດ ແລ້ວ ຖອກນ້ຳເຂົ້າປາດທີ່ຕົ້ມນັ້ນລົງ ແລ້ວ ປະໃຫ້ເຢັນ 1 ຊົ່ວໂມງ ຈາກນັ້ນ ໄປໃສ່ຕູ້ເຢັນຕໍ່ ອີກ 2 ຊົ່ວໂມງ ຈົນມັນ ແໜ້ນດີ.

8. ນຳມາຕັດ ເປັນຕ່ອນ ແລ້ວ ໂຮຍ ໝາກພ້າວຂູດໃສ່. ພ້ອມແຊບໄດ້.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ