ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ເຂົ້າໜົມ ໂອໂລ້ ໄສ້ຊ໋ອກໂກແລ໋ດ

(0 ໂຫວດ) • ໂດຍ Saeng Douangdara

12 ອັນ · ປານກາງ · 100 ນາທີ · ປານກາງ

ເຂົ້າໜົມ ໂອໂລ້ ປົກກະຕິ ຊິໃສ່ ໄສ້ຖົ່ວຂຽວ, ມື້ນີ້ ລອງປ່ຽນ ແບບໃໝ່ ມາໃສ່ ໄສ້ຊ໋ອກໂກແລັດ ນູເຕລາ ເບິ່ງເນາະ ແຊບ ໄປອີກແບບ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ສ່ວນປະກອບ ແປ້ງເຂົ້າໜົມ (12ກ້ອນ)

ສ່ວນປະກອບເຮັດໄສ້ເຂົ້າໜົມ (12ກ້ອນ)

ສ່ວນປະກອບ ອື່ນໆ

ວິທີເຮັດ

#ກຽມໄສ້ ຊ໋ອກໂກແລ໋ດ ນູເຕລາ

1. ຄ້າງໝໍ້ ຂາງນ້ອຍ. ເປີດໄຟ ອ່ອນ ຫາກາງ, ໃສ່ເບີ ຄົນໃຫ້ເປື່ອຍ ແລ້ວໃສ່ນົມສົດ(ໄຂມັນເຕັມ) ລົງໄປ ຄ່ອຍໆຕົ້ມໃຫ້ຟົດ ( ເອີ້ນວ່າ ຄຣີມ).

2. ເອົາ ນ້ຳຄຣີມ ທີ່ເຮັດນັ້ນ ຖອກໃສ່ ຊ໋ອກໂກແລັດ ໃນຖ້ວຍ ປະໄວ້ ໃຫ້ມັນເປື່ອຍ 2 ນາທີ ແລ້ວຈິ່ງຄົນໃຫ້ເຂົ້າກັນ. ຈາກນັ້ນຕັກ ຊ໋ອກໂກແລັດ ນູເຕລາ ມາປົນໃສ່ ແລ້ວ ຄົນໃຫ້ເຂົ້າກັນດີ. ປິດໄວ້ ດ້ວຍ ພລາສຕິກ ຫຸ້ມອາຫານ ແລ້ວ ໄປໃສ່ ຕູ້ເຢັນ ຊ່ອງແຂງ ປະມານ 30 ນາທີ ຫລື ຈົນມັນສາມາດ ຕັກເປັນກ້ອນໄດ້.

3. ຫລັງຈາກ 30 ນາທີ ແລ້ວ, ໃຫ້ໃຊ້ບ່ວງຕັກ ເອົາຊ໋ອກ ໂກແລັດນັ້ນ ມາປັ້ນ ເປັນກ້ອນ ຂະໜາດນ້ອຍໃຫຍ່ ກະເອົາຕາມໃຈ (ຢ່າລືມທານ້ຳມັນໃສ່ມື ຕອນປັ້້ນ), ປັ້ນແລ້ວ ໃຫ້ ໄປກິ້ງໃສ່ ຜົງຊ໊ອກໂກແລ໋ດອີກ ຫລື ໃຊ້ ຜົງ ທ໊ອບປິ້ງອື່ນກໍ່ໄດ້ຕາມໃຈ.

4. ເມື່ອປັ້ນ ທຸກກ້ອນ ແລ້ວ ເອົາໃສ່ ໃນຕູ້ເຢັນ ຊ່ອງທຳມະດາ. ແລ້ວ ໄປກຽມແປ້ງເຂົ້າໜົມ.

# ກຽມແປ້ງເຂົ້າໜົມ

1. ທຳອິດ ປອກມັນຝລັ່ງ ແລ້ວ ຕັດເປັນຕ່ອນນ້ອຍ ສ່ຳ ນິ້ວມື ແລ້ວ ໃສ່ຖ້ວຍ ປິດຝາໄວ້ ເອົາ ໄປອົບໃນໄມໂຄເວັບ 4 ນາທີໃຫ້ສຸກ. ຈາກນັ້ນ ເອົາອອກມາ ເນັ້ນໃຫ້ ແຕກມຸ່ນ ເປັນເນືຶ້ອລະອຽດ. ແລ້ວ ຕັກອອກມາ (75 ກຣາມ) ຕາມ ອັດຕາສ່ວນປະສົມ ດ້ານເທິງ ໃສ່ຖ້ວຍ ແລ້ວ ຖອກນ້ຳໃສ່ 3/4 ຖ້ວຍ(ຄັບ).

2. ແລ້ວ ເອົາມັນປົນກັບນ້ຳນັ້ນ ໄປຕົ້ມ ໃສ່ໝໍ້ນ້ອຍ ແລ້ວ ຖອກນ້ຳລົງອີກ 1/2 ຖ້ວຍ(ຄັບ). ຕົ້ມໃຫ້ຟົດ ແລ້ວ ຄົນ ໃຫ້ເຂົ້າກັນດີ.

3. ເອົາຊາມມາອີກ ອັນໜຶ່ງ, ໃສ່ແປ້ງ ເຂົ້າຈ້າວ, ນ້ຳຕານ ແລະ ເກືອ ຈາກນັ້ນ ຄົນໃຫ້ ເຂົ້າກັນ.

4. ໃສ່ ມັນຝລັ່ງບົດທີ່ຕົ້ມ ກັບນ້ຳນັ້ນລົງ ໃສ່ແປ້ງ ຕອນຮ້ອນເລີຍ. ໃຊ້ ໄມ້ດ້າມຄົນ ແລ້ວ ໃຊ້ມືນວດໃຫ້ ເຂົ້າກັນດີ ເປັນ ນຽນໆ. ແປ້ງທີ່ດີ ຄວນ ອອກ ປຽກໆນ້ອຍໜຶ່ງ ຫ້າມໃຫ້ແຫ້ງເດັດຂາດ. ຖ້າແຫ້ງໂພດ ຕື່ມນ້ຳ 1 ບ່ວງແກງ ເລັກນ້ອຍ ກໍ່ໄດ້.

#ກຽມປັ້ນ ເປັນກ້ອນເຂົ້າໜົມ

1. ຈັບແປ້ງມາ ເປັນກ້ອນນ້ອຍ ສ່ຳໄຂ່ໄກ່ ແລ້ວ ລິ້ງໃຫ້ມົນ ຄືໝາກບານ. ຈາກນັ້ນ ໃຊ້ມື ເນັ້ນລົງ ເປັນ ແຜ່ນ ແປວົງມົນ.

2. ແລ້ວ ເອົາໄສ້ ຊ໋ອກໂກແລັດ ທີ່ປັ້ນໄວ້ເປັນກ້ອນ ໃນຕູ້ເຢັນນັ້ນ ວາງລົງ ແຜ່ນແປ້ງ ແລ້ວ ປິດແຜ່ນ ແປ້ງຫຸ້ມ ຊ໊ອກໂກແລ໋ດ. ຈາກນັ້ນ ລິ້ງໆ ເຮັດເປັນ ໜ່ວຍມົນຄື ໝາກບານ.

3. ຖ້າກ້ອນເຂົ້າໜົມ ບໍ່ປຽກ ໃຫ້ ໃຊ້ມື ຈຸບນ້ຳ ແລ້ວມາລູບໃສ່ ເພື່ອ ຈະໄດ້ ໄປເກືອກກັບ ງາໃຫ້ມັນເຄືອບ ຕິດເຂົ້າໜົມ. ເຮັດແບບນີ້ ຈົນໝົດ.

4. ຄ້າງໝໍ້ນຳມັນ ໃຫ້ຮ້ອນ ປະມານ 325F ຟາເຣັນຮາຍ (160°C ອົງສາ) ແລະ ຈືນເຂົ້າໜົມ ປະມານ 15-20 ນາທີ. ຫລັງຈາກ ກ້ອນເຂົ້າໜົມ ຟູຂຶ້ນ, ໃຫ້ ໝັ່ນປີ້ນ ດ້ານໄປມາ ຈົນເຫລືອງ ຫລື ນ້ຳຕານອ່ອນ ຖືວ່າສຸກ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ