ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ປາເຕ້ຕັບໝູ

(3 ໂຫວດ) • ໂດຍ Saeng Douangdara

1 ຖ້ວຍ · ງ່າຍ · 140 ນາທີ · ປານກາງ

ຂໍບອກເລີຍວ່າ ປາເຕ້ ທີ່ໄທເຮືອນຂ້ອຍເຮັດ ແມ່ນແຊບ ແບບວ່າ ເອົາມາລາດໜ້າ ໃສ່ເຂົ້າຈີ່ ແລະ ຫອມບົ່ວຈຽວໂຮຍ ຊີ້ນ່າ. ຄົນບ້ານເຮົາຮູ້ ຈັກ ແລະ ຄຸ້ນເຄີຍ ກັນດີເນາະ ເລື່ອງປາເຕ້.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຊອຍ ຕັບໝູ ເປັນຕ່ອນພໍດີຄຳ, ໃສ່ ຕະແກງ ແລ້ວນຳໄປລ້າງດີໆ ໃຫ້ນ້ຳຜ່ານ ຈົນສັງເກດວ່າ ນ້ຳມັນໃສ. ຈາກນັ້ນ ປະໄວ້ ໃຫ້ສະເດັດນ້ຳ. ແລ້ວຈຶ່ງນຳໄປແຊ່ ໃສ່ນົມໃນຊາມປະໄວ້. ແລະ ໄປກຽມເຄື່ອງອັນອື່ນ.

2. ຄ້າງໝໍ້ກະທະ ຕັ້ງໄຟກາງ ໃຫ້ຮ້ອນ, ໃສ່ເນີຍລົງໄປໃຫ້ເປື່ອຍ, ແລ້ວໃສ່ ຫົວບົ່ວແດງ ແລະ ກະທຽມສັບ ຂົ້ວປະມານ 1 ນາທີ. ແລ້ວ ໃສ່ ແກ່ນຫອມປ້ອມບົດ ແລະ ໃບທາມສັບມຸ່ນ. ຂົ້ວປະມານ 30 ວິນາທີ ຫາ 1 ນາທີ. ລະວັງຢ່າໃຫ້ໄຫມ້.

3. ໃສ່ ຕັບ ແລະ ນົມ ທີ່ແຊ່ນັ້້ນ ລົງກະທະ, ແລ້ວໃສ່ ໝູສັບ. ປຸຸງລົດດ້ວຍ ສະອິ້ວປຸງລົດ, ນ້ຳຕານ, ເກືອ, ພິກໄທ, ແປ້ງນົວ. ເລັ່ງໄຟແຮງຂຶ້ນ ປະມານ8 ຫາ10 ນາທີ ຈົນກວ່າທຸກຢ່າງຈະສຸກ.

4. ຈາກນັ້ນ ນຳໄປບົດ ຈົນເປັນເນື້ອ ນຽນລະອຽດດີ. ແລ້ວ ເອົາອອກ ໃສ່ຖ້ວຍ ແລະ ແປງໜ້າປາເຕ້ ໃຫ້ພຽງ. ແລ້ວລາດເນີຍ (ລະລາຍໄວ້ແລ້ວ)ລົງໃສ່ ທົ່ວໜ້າ ຖ້ວຍປາເຕ້ (ຫ້າມຄົນ). ຕອນນີ້ ເອົາ ກ້ານ ໃບທາມ ສົດ ມາວາງໃສ່ ເພື່ອຄວາມ ສວາຍງາມກໍ່ໄດ້.

5. ຈາກນັ້ນ ໃຊ້ ຢາງຫຸ້ມ ອາຫານ ມາປິດຖ້ວຍໄວ້ ແລະ ເອົາເຂົ້າຕູ້ເຢັນ ເປັນເວລາ 2 ຊົ່ວໂມງ. ເວລາ ຊິກິນ ໃຫ້ນຳປາເຕ້ ອອກມາ ປະໄວ້ອຸນນະພູມຫ້ອງ 1 ຊົ່ວໂມງກ່ອນ. ວິທີເສີບ ປາເຕ້ ແມ່ນເສີບຄູ່ກັບ ເຂົ້າຈີ່ ຕັດເປັນປ່ຽງ ແລະ ຢ່າລືມ ເອົາ ຫອມບົ່ວຈຽວ ໄວ້ໂຮຍໜ້ານຳ ເພື່ອຄວາມງາມ ແລະ ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ