ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຜັດເຜັດໝູ

(2 ໂຫວດ) • ໂດຍ Tou

2 ຄົນ · ງ່າຍ · 30 ນາທີ · ຖືກ

ມື້້ນີ້ ຄິດຢາກກິນ ຜັດໆ ກັບເຂົ້າຈ້າວຮ້ອນໆ ກະເລີຍມາເຮັດ ຜັດເຜັດໝູ. ສູດທີ່ຂ້ອຍມັກເຮັດກິນປະຈຳ ຕາມນີ້ເດີ :) ໃຜມັກກະໄປລອງເຮັດໄດ້.

ເຄື່ອງປຸງ

ວິທີເຮັດ

1. ຕັ້ງໝໍ້ໃສ່ນ້ໍາມັນແລະໜ້າແກງເຜັດລົງໄປຂົ້ວໃຫ້ຫອມ ແລ້ວເອົາຊີ້ນໝູລົງໄປຜັດໃຫ້ສຸກ (ຖ້າມັນແຫ້ງໂພດໃຫ້ໃສ່ນ້ຳໜ້ອຍຫນຶ່ງ) ຫລັງຈາກນັ້ນໃສ່ໝາກເຂືອລົງໄປຜັດພໍໄກ້ສຸກ.

2. ຕາມດ້ວຍເຫັດຊັມປິງຢອງກັບເຫັດຫູໜູ ປຸງເຄື່ອງປຸງທຸກຢ່າງລົງໄປ ຊິມລົມຕາມຕາມມັດ ແລ້ວຂົ້ວຕໍ່ອີກບຶດໜື່ງ.

3. ໃສ່ບົວລະພາລົງໄປ ແລ້ວຄົນພໍແຕ່ບົວລະພາຫຍອບກໍ່ເປັນອັນແລ້ວ ແລະຈັດເສີບພ້ອມເຂົ້າຈ້າວຮ້ອນໆ

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ