ໜ້າຫຼັກສູດອາຫານລາວປະເພດຈືນ

ປາປ້ຽວຫວານ

(0 ໂຫວດ) • ໂດຍ ທີມແຊບ yoosai.la

4 ຄົນ · ປານກາງ · 40 ນາທີ · ປານກາງ

ວິທີເຮັດປາປ້ຽວຫວານ ຈືນປາກອບໆ ແລະ ຊ໊ອສປ້ຽວຫວານ ແຊບໆ ຈາກຜັກແລະໝາກນັດ. ເຮັດແລ້ວເສີບ ກິນກັບເຂົ້າຈ້າວນີ້ ສຸດຍອດເລີຍ !

ວິດິໂອ

ເຄື່ອງປຸງ

ເຄື່ອງສຳລັບຈືນປາ

ເຄື່ອງເຮັດນ້ຳຊ໊ອສ

ວິທີເຮັດ

1. ຊອຍປາ ເປັນຕ່ອນສ່ຳນິ້ວມື. ແລະຈົ່ງກ້າງກັບຫົວໄວ້ຈືນຕາມຫລັງ

2. ໃສ່ນ້ຳມັນລົງໝໍ້ຂາງ, ຕາມດ້ວຍຂີງຝານບາງ.

3. ເອົາຊີ້ນປາ ເອືອບກັບແປ້ງທອດໃຫ້ທົ່ວ, ຖ້າໃຫ້ນ້ຳມັນຮ້ອນ ຈິ່ງເອົາ ປາລົງຈືນ( ຢາຍຕ່ອນປາລົງຢ່າໃຫ້ຕິດກັນ). ຈືນໃຫ້ສຸກເຫລືອງກອບ ແລ້ວຕັກອອກໄວ້.

4. ເອົາກ້າງປາແລະຫົວ ລົງໄປຈືນໃນໝໍ້ຕໍ່ ຈົນເຫລືອງແຫ້ມ ແລ້ວຕັກອອກໄວ້.

5. ກຽມເຮັດຊ໊ອສ:

-ໃສ່ນ້ຳມັນ ປະມານ 2 ບ່ວງແກງ ໃນໝໍ້ກະທະ ແລ້ວ ເອົາກະທຽມ ແລະ ຫອມບົ່ວໃຫຍ່ ໃຫ້ເຫລືອງຫອມກ່ອນ, ຈາກນັ້ນເອົາ ຜັກທີ່ຊອຍທັງໝົດລົງ, ແລ້ວໃສ່ໝາກນັດ ຕາມຫລັງ. ຂົ້ວໃຫ້ພໍຫອມ

- ໃສ່ນ້ຳມັນຫອຍ, ຊ໊ອສໝາກເລັ່ນ, ຕື່ມນ້ຳ ໜ້ອຍ ໜຶ່ງ, ໃສ່ເກືອໜ້ອຍໜຶ່ງ, ນ້ຳຕານ, ແລະ ພິກໄທປົ່ນ. ຂົ້ວໃຫ້ເຂົ້າກັນປະມານ 2 ນາທີ ແລະຊີມລົດຊາດຕາມໃຈມັກ. ແລ້ວ ເທຕ່ອນປາທີ່ຈືນລົງ. ຄົນໃຫ້ເຂົ້າກັນ ແລ້ວ ໂຮຍດ້ວຍ ຫອມບົ່ວຊອຍ. ຖອກລົງຈານທີ່ມີກ້າງປາຈືນ. ມາເດີ..ພ້ອມເສີບ ກິນກັບເຂົ້າຈ້າວຮ້ອນໆ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ