ໜ້າຫຼັກສູດອາຫານອາຫານຝລັ່ງຕົ້ມ/ລວກ

ໄຂ່ລວກ ສະໄຕຝລັ່ງ

(3 ໂຫວດ) • ໂດຍ Chris

4 ຄົນ · ງ່າຍ · 3 ນາທີ · ຖືກ

ໄຂ່ລວກ ຈິ້ມເຂົ້າຈີ່ ແມ່ນ ຫນຶ່ງໃນຕຳນານຂອງ ອາຫານເຊົ້າຝລັ່ງ, ລອງມາເບິ່ງ ວິທີລວກໄຂ່ ແບບຕົ້ນ ສະບັບກັນເລີຍ.

ເຄື່ອງປຸງ

ວິທີເຮັດ

1. ໄຂ່ຄວນຢູ່ໃນອຸນນະພູມຫ້ອງ ກ່ອນລວກ, ຄວນເອົາອອກຈາກຕູ້ເຢັນປະໄວ້ ຢ່າງໜ້ອຍ 15 ນາທີ.

2. ຕົ້ມນ້ຳໃສ່ໝໍ້ໃຫ້ຟົດ.

3. ເມື່ອນ້ຳຟົດແລ້ວໃຫ້ໃຊ້ຈອງຄ່ອຍວາງໄຂ່ລົງໝໍ້. ຕົ້ມ 3 ນາທີ ເປະ (ຕັ້ງເວລາໂລດ,ຕັ້ງແຕ່ນ້ຳຟົດອີກຄັ້ງຫລັງຈາກໃສ່ໄຂ່)

4. ຕັກໄຂ່ອອກ ໃສ່ນ້ຳເຢັນທັນທີ ປະມານ 10 ວິນາທີ. ແລ້ວເສີບຕັ້ງ ໃສ່ຈອກນ້ອຍ.

5. ສຳລັບເຂົ້າຈີ່ ແມ່ນ ຕັດເປັນຕ່ອນຍາວສ່ຳນິ້ວມື ຫລື ຊິປີ້ງກ່ອນກະໄດ້

6. ເອົາບ່ວງເຕາະເປືອກໄຂ່ ທາງເທິງອອກແລ້ວ ໃສ່ໂຮຍເກືອໃສ່ຫນ້ອຍໜຶ່ງ. ຈາກນັ້ນ ເອົາ ເບີທາໃສ່ ເຂົ້າຈີ່ ແລ້ວລົງຈີ້ມໃສ່ໄຂ່. ແຊບສຸດ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

Great breakfast option on the week-end!
Simple breakfast. Yum!

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ