ໜ້າຫຼັກສູດອາຫານອາຫານຝລັ່ງປະເພດເຄັກ

ເຂົ້າຫນົມ ການາເລ່ ຝລັ່ງ

(2 ໂຫວດ) • ໂດຍ Chris

48 ກ້ອນ · ຍາກ · 1580 ນາທີ · ປານກາງ

ເຂົ້າໜົມ ການາເລ່ ເປັນເຂົ້າໜົມ ປະຈຳເມືອງ ບ໊ອກໂດ້, ຕອນໃຕ້ ຂອງຝລັ່ງ ເລີຍກະວ່າໄດ້. ມັນມີລົດຊາດກົມກ່ອມ, ກອບນອກ ນຸຸ້ມໃນ ທັງຫອມ ທັງແຊບ. ເໝາະສຸດ ເສີບຄູ່ກັນ ກັບນ້ຳຊາ ຫລື ກາເຟ.

ເຄື່ອງປຸງ

ວິທີເຮັດ

ສູດນີ້ ສຳລັບ ການ່າເລ່ 48 ອັນ (ແບບພິມກ້ອນກາງ) ຫລື 24 ກ້ອນ (ແບບພິມກ້ອນໃຫຍ່)

ຂັ້ນຕອນ 1. ຕົ້ມນົມ 1 ລິດ ໃສ່ໝໍ້ນ້ອຍ ແຕ່ບໍ່ໃຫ້ມັນຟົດ.

ຂັ້ນຕອນ 2. ຕີນ້ຳຕານໃສ່ແປ້ງກ່ອນ, ຈາກນັ້ນ ໃສ່ໄຂ່ ແລະ ນ້ຳມັນ 2 ບ່ວງແກງ.

ຂັ້ນຕອນ 3. ຈາກນັ້ນ ຖອກນົມຮ້ອນ ລົງ ແລະ ຄົນໃຫ້ເຂົ້າກັນ.

ຂັ້ນຕອນ 4. ໃສ່ໝາກນາວ 2 ຫາ 3 ຢົດ + ເກືອ1ຢິບມື ແລະ ນ້ຳ(ກິ່ນ) ແອວມ່ອນຊະນິດຂົມ.

ຂັ້ນຕອນ 5. ພັກແປ້ງ ( ໂດ່) ໄວ້ 24 ຊົ່ວໂມງ ໃນຕູ້ເຢັນ.

ຂັ້ນຕອນ 6. ເປີດເຕົາອົບຮ້ອນ ຮອດ 220°C (ປັບອຸນະພູມລົງ 190°C ຫລັງຈາກ ອົບໄປ 15 ນາທີ).

ຂັ້ນຕອນ 7. ເອົາ ແບບພິມ ມາທາເນີຍໃສ່ ແຕ່ລະອັນ ( ໃຊ້ເນີຍ ຫລື ສະເປນ້ຳມັນ ສຳລັບອົບເຂົ້າໜົມ).

ຂັ້ນຕອນ 8. ເອົາ ແບບພິມທຸກອັນມາວາງລົງ ຖາດ ແລະ ເຈ້ຍມັນ (ທີ່ໃຊ້ອົບເຂົ້າໜົມ). ຖອກແປ້ງ ທີ່ຕຽມໄວ້ນັ້ນ ລົງ ແບບ ພິມແຕ່ລະອັນ (ໃສ່ ປະມານ ກາຍເຄິ່ງ ແບບພິມ ລະດັບ 3/4).

ຂັ້ນຕອນ 9. ເອົາເຂົ້າ ເຕົາອົບທີ່ຮ້ອນ ພ້ອມແລ້ວ.

ຂັ້ນຕອນ 10. ໃຫ້ສັງເກດເບິ່ງ ຕອນອົບດີໆ. ເວລາອົບ50 ນາທີ ສຳລັບ ກ້ອນກາງ ແລະ ອົບ 1 ຊົ່ວໂມງ ສຳລັບກ້ອນໃຫຍ່. ສິ່ງທີ່ຍາກທີ່ສຸດຄື ເວລາອົບ ຕ້ອງບໍ່ໃຫ້ ແປ້ງຟູຂຶ້ນໃນແບບພິມ ເພາະທາງໜ້າມັນຈະສຸກໂພດ ແລະ ຈະບໍ່ໄດ້ສີເຫລືອງງາມ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

🤤🤤🤤🤤🤤

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ