ໜ້າຫຼັກສູດອາຫານອາຫານຝລັ່ງປະເພດຫນື້ງ

ມັນຝລັ່ງບົດ ສູດບູຮານ

(1 ໂຫວດ) • ໂດຍ Chris

4 ຄົນ · ງ່າຍ · 60 ນາທີ · ຖືກ

ມັນຝລັ່ງບົດ ສູດບູຮານ ແມ່ນ ບໍ່ໄດ້ຂຶ້ນກັບ ການຕົ້ມ ຫລື ການບົດມັນ. ທີ່ຈິງແລ້ວ ເຄັດລັບ ຄວາມແຊບແມ່ນ ຕ້ອງໃສ່ ເບີ ແລະ ນົມ ຫລາຍໆ! ລຸ່ມນີ້້ ແມ່ນສູດບູຮານ ມາເບິ່ງກັນເລີຍ.

ເຄື່ອງປຸງ

ວິທີເຮັດ

1. ຕົ້ມມັນຝລັ່ງທັງເປືອກ ໃສ່ນ້ຳ ແລະ ເກືອ 1 ບ່ວງແກງ. (ຕົ້ມທັງເປືອກ ເພື່ອບໍ່ໃຫ້ເສຍລົດຊາດ)

2. ເມື່ອມັນສຸກ (ໃຊ້ ສ້ອມ ແທງມັນອ່ອນ ຖືວ່າໄດ້), ໃຫ້ນຳເອົາອອກມາ ຖອກນ້ຳອອກໝົດ ແລ້ວ ປອກເປືອກອອກ (ລະວັງ ຮ້ອນມື ຖ້າຮ້ອນໂພດ ໃຫ້ ປະເຢັນລົງຈຶ່ງປອກ ຫລື ລ້າງຜ່ານນ້ຳເຢັນ ໜ້ອຍໜຶ່ງຈຶ່ງປອກ). ແລະ ນຳ ມັນປອກແລ້ວ ໄປໃສ່ໃນໝໍ້ຄືນ ຕັ້ງໃສ່ໄຟອ່ອນ ໂດຍບໍ່ໃສ່ນ້ຳ.

3. ໃຊ້ ໄມ້ ຫລື ເຄື່ອງມື ສຳລັບ ບົດມັນໃຫ້ແຕກ, ໃສ່ ເບີລົງໄປ ຕອນບົດມັນ ຄົນໃຫ້ເຂົ້າກັນ. ເມື່ອ ເບີ ເລີ່ມເປື່ອຍ ແລ້ວ ໃຫ້ໃສ່ນົມລົງໄປ. ໃສ່ຫລາຍໆ ໂລດ ຈົນໃຫ້ ມັນຝລັ່ງບົດແຫລວ. ( ແລະ ສາມາດໃສ່ຕື່ມໄດ້ ຕອນທ້າຍ ຖ້າວ່າ ມັນຂຸ້ນໂພດ).

4. ຄ່ອຍໆ ຕົ້ມດ້ວຍໄຟອ່ອນ ແລະ ໝັ່ນຄົນໄປເລື້ອຍໆ ເພື່ອບໍ່ໃຫ້ ໄໝ້ກົ້ນໝໍ້ ປະມານ 30 ນາທີ ຫລື ຈົນກວ່າ ມັນຈະຂຸ້ນພໍດີ.

5. ເມື່ອເຫັນວ່າ ໄດ້ແລ້ວ ໃຫ້ປິດໄຟ ແລະ ປະໄວ້ໃຫ້ ອຸ່ນລົງໜ້ອຍໜຶ່ງ. ຕັກໃສ່ຖ້ວຍ ແລ້ວ ຂູດຜົງລູກຈັນເທດໃສ່ ໜ້ອຍນຶ້່ງ ເພີ່ມຄວາມຫອມ (ບໍ່ມີບໍ່ໃສ່ກະໄດ້)

ເຄັດລັບ: ສາມາດ ເຮັດປະໄວ້ໝໍ້ ຕອນສວາຍ ແລ້ວ ນຳມາອຸ່ນຕອນແລງ ກ່ອນເສີບ. ເພາະ ມັນບົດ ຈະມີ ລົດຊາດ ແຊບກວ່າ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

Miam!

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ