ໜ້າຫຼັກສູດອາຫານລາວປະເພດຈືນ

ຂຽບຫມູ

(5 ໂຫວດ) • ໂດຍ Ta minjoon

1 ກິໂລ · ຍາກ · 60 ນາທີ · ປານກາງ

ຂຽບໝູເປັນຂອງກິນຫຼິ້ນ, ກັບແກ້ມ, ຫຼືກັບເຂົ້າ ກໍ່ແຊບ. ມາເບິ່ງວິທີເຮັດກັນເລີຍ:

ເຄື່ອງປຸງ

ວິທີເຮັດ

1. ນໍາເອົາຫນັງຫມູມາລ້າງຂູດຂີ້ໄຄອອກ ລ້າງໃຫ້ກ້ຽງດີ, ລອກຊັ້ນນໍ້າມັນອອກ ປະໄວ້ຕິດຫນັງ 2 ມິນ (ຊັ້ນນໍ້າມັນທີ່ລອກອອກໃຫ້ຊອຍເປັນຕ່ອນນ້ອຍບາງກຽມໄວ້) ແລ້ວໃຊ້ສ້ອມແທງໆລົງຫນັງຫມູ ຈາກນັ້ນຊອຍເປັນຕ່ອນຍາວ 2 ນິ້ວ ກວ້າງເຄິ່ງນິ້ວ ເຊິໄວ້ໃຫ້ສະເດັດນໍ້າ.

2. ປະສົມນໍ້າສົ້ມສາຍຊູກັບເກືອໃຫ້ເຂົ້າກັນ ແລ້ວນໍາໄປລາດໃສ່ຫນັງທີ່ກຽມໄວ້ ຊາວໃຫ້ທົ່ວ ຫມັກໄວ້ 8-10 ນາທີ ເມື່ອຄົບເວລາ ເຊິຫນັງຫມູພັກໄວ້ໃຫ້ສະເດັດນໍ້າ.

3. ໃຊ້ຫມໍ້ຂາງສໍາລັບການທອດ ໃຊ້ໄຟຄ່ອຍ ໃສ່ນໍ້າມັນພຶດລົງເຂ່ຍໃຫ້ທົ່ວຫມໍ້ ນໍາເອົາຊັ້ນນໍ້າມັນທີ່ກຽມໄວ້ລົງໄປຈຽວກ່ອນ 2 ນາທີ ແລ້ວຈຶ່ງນໍາຫນັງເອົາລົງຈຽວ ການຈຽວຕ້ອງໄດ້ຫມັ່ນຄົນ ຈຽວຈົນສັງເກດເຫັນວ່າຫນັງຫມູໂພງຂຶ້ນເປັນຄືຟອງອາກາດທົ່ວແຜ່ນຫນັງ ຂັ້ນຕອນນີ້ແມ່ນໃຊ້ໄຟອ່ອນ ລະວັງຢ່າໃຫ້ເຫລືອງໄຫມ້, ເມື່ອໄດ້ທີ່ປົງຫມໍ້ພັກໄວ້ໂດຍການປະຫນັງຫມູແຊ່ໄວ້ໃນນໍ້າມັນເລີຍ ເປັນເວລາ 24 ຊົ່ວໂມງ.

4. ເມື່ອຄົບ 24 ຊົ່ງໂມງແລ້ວ ເຊິຫນັງຫມູອອກພັກໄວ້ ນໍາເອົານໍ້າມັນທີ່ແຊ່ຫນັງຫມູນັ້ນໄປຄ້າງໄຟ ໃຊ້ໄຟແຮງນ້ອຍຫນຶ່ງ ພໍນໍ້າມັນຮ້ອນຈື່ງເອົາຫນັງຫມູລົງໄປທອດໄດ້ ເມື່ອເຫັນວ່າຫນັງຫມູໂພງຕາມຮູບ ຕັກຂື້ນຢ່າໃຫ້ໄຫມ້ເດີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ຂອບໃຈທີ່ ແຊ ສູດນີ້, ກຳລັງຢາກໄດ້ພໍດີ 😊🙏
ຍິນດີເດີ ລອງເຮັດເບີ່ງຈະອອກມາຄືໃນຮູບບໍ່ 🥰🥰
Khop jai thi shere soud
ຂອບໃຈທີ່ແຊສູດ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ