ໜ້າຫຼັກສູດອາຫານລາວປະເພດຈືນ

ຊີ້້ນແຫ້ງ

(4 ໂຫວດ) • ໂດຍ Kimmi Kim

4 ຄົນ · ປານກາງ · 60 ນາທີ · ປານກາງ

ມາມາ ຫິ້ວເຂົ້າໜຽວ ຮ້ອນໆ ມາເດີ... ມາ ກິນຈືນ ຊີ້ນນຳກັນ :)

ເຄື່ອງປຸງ

ວິທີເຮັດ

1. ຊອຍຊີ້ນຕ່ອນໜາ ປະມານ 1 ເຊັນ ປະໄວ້ໃສ່ຊາມ.

2. ບົດ ຫລື ຕຳຂີງ ໃຫ້ມຸ່ນ ແລ້ວ ນຳໄປ ບີບເອົາແຕ່ ນ້ຳຂີງ ໃສ່ຊາມຊີ້ນ (ເອົາເຫຍື້ອຂີງ ນັ້ນຖິ້ມ), ໃສ່ນ້ຳປາ, ເກືອ, ນ້ຳຕານ ແລະ ງາຂາວ, ຄົນໃຫ້ເຂົ້າກັນດີ.

3. ໝັກໄວ້ ຢ່າງຕ່ຳ 30 ນາທີ ແລະ ເອົາໄປ ຕາກແດດ 1 ມື້ ໃຫ້ແຫ້ງ (ເກັບໃສ່ ຕູ້ເຢັນ ຫລື ຊ່ອງແຊ່ແຂງໄວ້ກິນດົນ)

4. ເວລາ ເອົາມາຈືນ: ໃຫ້ຄ້າງໝໍ້ ນ້ຳມັນຈົນຮ້ອນ ແລ້ວ ຈຶ່ງເອົາຊີ້ນລົງຈືນ ປະມານ 1 ນາທີ ຫລື ຈົນກວ່າ ຊີ້ນ ກອບ ແລະ ເຫລືອງແຫ້ມ. ຕັກອອກມາ ໃຫ້ ສະເດັດ ນ້ຳມັນ ແລ້ວ ແຊບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ