ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ເອາະປາ

(1 ໂຫວດ) • ໂດຍ ທີມແຊບ yoosai.la

1 ຖ້ວຍ · ງ່າຍ · 50 ນາທີ · ຖືກ

ເອາະປາ ເປັນ ອາຫານ ພື້ນບ້ານ ປະຈຳ ຄົວເຮືອນ ຂອງຄົນລາວ. ດ້ວຍສ່ວນ ປະກອບ ທີ່ມີ ປານ້ຳຈືດ, ແລະ ປາແດກ ພ້ອມ ຜັກຫອມ ຕ່າງໆ ກາຍເປັນສ່ວນປະສົມ ທີ່ລົງໂຕພໍດີເປະ. ເປັນອີກ ເມນູທີ່ກິນ ບໍ່ເຄີຍເບື່ອ ຈັກເທື່ອ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຂົ້ວ ໝາກເຜັດ, ກະທຽມ, ຫອມບົ່ວແດງ, ຫົວສີໄຄ, ຂ່າ ໃຫ້ຫອມ ກ່ອນ

2. ເທລົງໃສ່ໝໍ້ ທີ່ຈະເອາະປາ, ຕື່ມນ້ຳ ແລະ ເກືອ.

3. ພໍໝໍ້ຟົດ, ໃຫ້ໃສ່ ນ້ຳ ປາແດກ ແລະ ເອົາປາລົງໄປ

4. ຕົ້ມ ອີກໃຫ້ ຟົດ ແລ້ວ ໃສ່ ໝາກເຂືອ ແລະ ເຂົ້າເບືອ. ຕົ້ມປະມານ 15 ນາທີ ຈົນເຂົ້າເບືອສຸກ.

5. ຊີມລົດຊາດ ໃຫ້ ພໍດີ ມັກ. ແລ້ວໃສ່ ຜັກຊີ ແລະ ຫອມບົ່ວໃບລົງໄປ.ຄ່ອຍ ຄົນໃຫ້ເຂົ້າກັນ. ຕັກໃສ່ ຖ້ວຍ ໂຮຍຫອມປ້ອມລົງ. ເປັນອັນວ່າ ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ