ໜ້າຫຼັກສາລະໜ້າຮູ້ທັງໝົດ#tourism, #laos, #luang-prabang

9 ບ່ອນຫຼີ້ນໃນຫຼວງພະບາງທີ່ບໍ່ຄວນພາດ

ລວມໃຫ້ແລ້ວ9ສະຖານທີ່ທ່ອງທ່ຽວໃນເມືອງຫຼວງພະບາງທີ່ບໍ່ຄວນພາດ ຕ້ອງໄປລອງ!!! ບັນຊີລາຍຊື່ເຕັມຂອງສະຖານທີ່ທ່ອງທ່ຽວທີ່ຈະໄປຢ້ຽມຢາມໃນຫຼວງພະບາງ.

ຫໍພິພິດຕະພັນແຫ່ງຊາດວັງເກົ່າຫລວງພະບາງ ສ້າງຂື້ນລະຫວ່າງປີຄສ1904 ສຳເລັດໃນປີຄສ1909 ສ້າງຂື້ນໃນສະໄຫມເປັນຫົວເມືອງຂື້ນຂອງຝຮັ່ງໂດຍສະຖາປານິກຄົນຝຮັ່ງ ແລະ ລັດຖະບານຝຮັ່ງ ສ້າງຂື້ນເພື່ອເປັນຂອງຂັວນແກ່ພະເຈົ້າຊີວິດສີສະຫວ່າງວົງເພື່ອເປັນບ່ອນປະທັບ ແລະ ບ່ອນເຮັດວຽກຂອງເຈົ້າຊີວິດ ຕົກມາຮອດປີຄສ1975 ໄດ້ມີການປ່ງນແປງລະບອບເປັນລະບອບສາທາລະນະລັດປະຊາທິປະໄຕປະຊາຊົນລາວ ລັດຖະບານລາວຈື່ງໄດ້ເອາພະລາດຊະວັງຫລວງພະບາງມາເປັນຫໍພິພິດຕະພັນແຫ່ງຊາດ ເປັນບ່ອນວາງສະແດງເຄື່ອງໃຊ້ຂອງເຈົ້າຊີວີດລາວໃນສະໄຫມເມື່ອກ່ອນ ແລະ ພະພຸດທະຮູບທີ່ຄົ້ນພົບໃນຕົວເມືອງຫລວງພະບາງມາວາງສະແດງໃນຫໍພິພິດຕະພັນແຫ່ງຊາດນີ້
1
ພະທາດພູສີ ແມ່ນພູຫນ່ວຍໜຶ່ງທີ່ສວຍງາມສູງປະມານ150ແມັດ ຕັ້ງຢູ່ໃຈກາງເມືອງຫລວງພະບາງເມື່ອກ່ອນເອີ້ນວ່າພູຊວງຕໍ່ມາໄດ້ມີລືສີຜູ້ສະເເຫວງບຸນທາງພຸດສະສາດສະຫນາຂື້ນມາອາໃສຍູ່ປະຊາຊົນຈື່ງເອີ້ນວ່າພູລືສີ ຫລືພູສີຈົນຮອດປະຈຸບັນ ພະທາດພູສີເປັນພະທາດທີ່ສວຍງາມເປັນຈຸດສູນກາງທາງດ້ານວັດທະນະທຳຮີດຄອງປະເພນີ ແລະ ມີ່ງຂັວນຂອງຊາວຫລວງພະບາງເປັນຈຸດຊົມວິວທີ່ສວຍງາມຂອງຕົວເມືອງຫລວງພະບາງ
1
ວັດຊຽງທອງສ້າງຂື້ນໃນປີຄສ1559-1560 ກ່ອນທີ່ພະເຈົ້າໄຊຍະເສດຖາທິລາດຍ້າຍນະຄອນຫລວງຈາກຫລວງພະບາງລົງໄປສ້າງເມືອງວງງຈັນເປັນນະຄອນຫລວງຂອງອານາຈັດລາວລ້ານຊ້າງ ວັດນີ້ຕັ້ງຍູ່ແຄມຝັ່ງແມ່ນ້ຳຂອງໄກຈາກແມ່ນຳ້ຄານປະມານ300ແມັດເປັນວັດທີ່ໃຫຍ່ ແລະ ສວຍງາມກ່ວາວັດອື່ນໆຢູ່ເມືອງຫລວງພະບາງ ໄດ້ຮັບການອຸປະຖຳເບີ່ງແຍງຈາກເຈົ້າມະຫາຊີດວິດສີສະຫວ່າງວົງ ແລະ ພະເຈົ້າສີສະຫວ່າງວັດທະນາເປັນພິເສດຈຸດເດັ່ນຂອງວັດນີ້ຈະເປັນພຸດທະສິມມາຊື່ງມີໂຄງສ້າງຫລັງຄາຊ້ອນທັບກັນ3ຖ້ານມີລັກສະນະສວຍງາມທີ່ສຸດເປັນສະຖາປັດຕະຍະກຳສິມແບບລາວລ້ານຊ້າງ
1
ວັດວິຊຸນສ້າງຂື້ນເມື່ອປີຄສ 1503 ຕາມຄຳສັ່ງຂອງເຈົ້າຊີວິດວິຊຸນນະລາດ ແລະ ໄດ້ຕັ້ງຊື່ຕາມພະນາມຂອງພະອົງເອງວັດວິຊຸນເປັນອີກວັດໜຶ່ງທີ່ເກົ່າແກ່ຂອງຫວງພະບາງມີອາຍຸປະມານ500ກ່ວາປີ ຈຸດເດັ່ນຂອງວັດນີ້ກໍຄືມີພະເຈດີພະປະທຸມ (ພະທາດດອກບົວໃຫຍ່ ຫລື ເອີ້ນອີກຊື່ນື່ງວ່າພະທາດຫມາກໂມ) ວັດວິຊຸນເປັນອີກວັດໜຶ່ງທີ່ມີຄວາມແຕ່ກຕ່າງຈາກວັດອື່ນໆ ເພາະໂຄງສ້າງພຸດທະສິມມາຄ້າຍໆກັນກັບສະກຸນຊ່າງແບບໄທລື້12ພັນນາ
1
ໄປຫຼວງພະບາງຕ້ອງໄປຍ່າງທ່ຽວຊົມຕະຫລາດເຊົ້າ ຊົມວິຖີຊີວິດຂອງຊາວຫລວງພະບາງ ເບີ່ງສິນຄ້າພື້ນເມືອງຂອງຝາກຂອງຕ້ອນອາຫານພື້ນເມືອງຫລາກຫລາຍ
1
ຕະຫລາດມືດຫລືຖະຫນົນຄົນເດີນຫລວງພະບາງເປັນອີກສະຖານທີ່ໜຶ່ງທີ່ພາດບໍ່ໄດ້ເລີຍເພາະສະຖານທີ່ນີ້ເປັນສີສັນຍາມຄ່ຳຄືນຂອງຫລວງພະບາງ ເປັນຕະຫລາດຂາຍສິນຄ້າພຶ້ນເມືອງຂອງຫລວງພະບາງ ແລະ ຂອງຊົນເຜົ່າກຸ່ມນ້ອຍເປັນຕະຫລາດຫັດຖະກຳສິນຄ້າຫລາກຫລາຍເປັນແຫລ່ງຊັອບປີ້ງເພື່ອຊື້ສິນຄ້າເປັນຂອງຝາກຂອງຕ້ອນ
1
ໃສ່ບາດເຂົ້າຫນຽວເປັນຮີດຄອງປະເພນີຂອງລາວເຮົາທີ່ປະຕິບັດສືບຕໍ່ກັນມາແຕ່ສະໄຫມປູ່ຍ່າຕາຍາຍແຕ່ລະມື້ຈະມີພະສົງສຳມະເນນມາບິນທະບາດພະປະມານ300ກ່ວາອົງ ເປັນອີກນື່ງກິດຈະກຳໃນຍາມຊ້ຳທີ່ນັກທ່ອງທ່ຽວທີ່ມາທ່ຽວຫລວງພະບາງຈະພາດບໍ່ໄດ້ເພາະທັງໄດ້ທ່ຽວ ແລະ ໄດ້ທຳບຸນໄປນຳ ເປັນໄຮໄລ້ສຳຄັນໃນການມາທ່ຽວຫລວງພະບາງ ເມືອງພຸດທະສາດສະຫນາ
1
ນ້ຳຕົກຕາດກວາງຊີ ຫ່າງຈາກຕົວເມືອງຫລວງພະບາງປະມານ25ກິໂລແມັດ ເປັນນ້ຳຕົກຕາດຫີນປູນສູງປະມານ70ແມັດ ໄຫລຜ່ານຊັ້ນຫີນລົງສູ່ແອ່ງນ້ຳທາງລຸ່ມທີ່ໄຫລເປັນຊັ້ນໆ ນ້ຳສີຂຽວມໍລະກົດທີ່ສວຍສົດງົດງາມ ງາມທີ່ສຸດຈະເປັນຊ່ວງປາຍຝົນຕົ້ນລະດູຫນາວ ເປັນນ້ຳຕົກທີ່ຂື້ນຊື່ຂອງຫລວງພະບາງທີ່ຢູ່ທ່າມກາງປ່າເຂົາ ເປັນແຫລ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຫລາຍທີ່ສຸດ
1
ຖ້ຳຕີ່ງຫລືຖ້ຳປາກອູແມ່ນຖ້ຳທະມະຊາດເກີດຈາກພູຫນ່ວຍໜຶ່ງຕັ້ງຢູ່ແຄມນ້ຳຂອງເບື້ອງທິດຕາເວັນຕົກກົງກັນຂ້າມກັບບ້ານປາກອູຄືບໍ່ນ້ຳອູໄຫລລົງສູ່ນ້ຳຂອງຫ່າງຈາກຕົວເມືອງຫລວງພະບາງໄປທາງພາກເຫນືອປະມານ32ກິໂລແມັດ ສາມາດເດີນທາງດ້ວຍເຮືອນຳທ່ຽວຈາກທ່າໃນເມືອງໄປຫາຖ້ຳຕີ່ງປະມານ2ຊົ່ວໂມງກ່ວາ ຫລືວ່າຈະນັ່ງລົດໄປທີ່ຫມູ່ບ້ານສ້າງໄຫກໍໄດ້ ເປັນຫມູ່ບ້ານທີ່ຕິດກັບແມ່ນ້ຳຂອງເປັນຫມູ່ບ້ານທີ່ຕົ້ມເຫລົ້າໄຫແບບດັ້ງເດີມ ແລະ ຍັງເປັນຫມູ່ບ້ານທີ່ທໍຜ້າດ້ວຍມືເປັນງານສີມືຫັດຖະກຳທີ່ສວຍງາມໃຫ້ແຂກຕ່າງດ້າວທ້າວຕ່າງເມືອງໄດ້ທ່ຽວຊົມເລືອກຊື້ຜະລິດຕະພັນຊາວບ້ານ ຫລັງຈາກນັ້ນກະລົງເຮືອໄປທີ່ຖ້ຳຕີ່ງຫລືຖ້ຳປາກອູມີຄວາມສຳຄັນກັບປະຊາຊົນລາວເຮົາມາຢ່າງຍາວນານແຕ່ສະໄຫມບູຮານຖ້ຳຕີ່ງນີ້ມີສອງຖ້ຳເກີດຈາກພູຫນ່ວຍດຽວກັນຄືຖ້ຳຕີ່ງເທີງ ແລະ ຖ້ຳຕີ່ງລຸ່ມເປັນບ່ອນບວງສວງສັກກະລະບູຊາເຖິງດວງວິນຍານຜີຟ້າຜີແຖນເທວະດາໃນສະໄຫມເມື່ອກ່ອນ
1



ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ