ໜ້າຫຼັກສາລະໜ້າຮູ້ທັງໝົດ#top, #kitchen-tools, #asia, #cooking, #pestle-and-mortar, #chopping-knife, #sticky-rice-basket, #rice-cooker

5 ຢ່າງ! ທີ່ຕ້ອງມີໃນເຮືອນຄົວ

5 ອັນດັບ ທີ່ຂາດບໍ່ໄດ້ ໃນເຮືອນຄົວບ້ານເຮົາ. ອຸປະກອນເຫລົ່ານີ້ ເປັນຕົ້ນຕຳລັບທີ່ໃຊ້ກັນ ມາແຕ່ດົນ

1. ໝໍ້ຂາງ

wok

ຖ້າເລື່ອງຂົ້ວ, ເລື່ອງຈືນ, ຕ້ອງມອບໃຫ້ ຜູ້ນີ້ເລີຍ ໝໍ້ຂາງ. ຮ້ອນໄວ ລ້າງງ່າຍ ແລະ ເວລາຂົ້ວນະ ຈະໄດ້ກິ່ນຫອມຈາກໄຟ ຜ່ານຫມໍ້ຂາງ ຊຶມເຂົ້າສູ່ ອາຫານ ເຮັດໃຫ້ລົດຊາດ ເລີດໄປຕື່ມ. ເພິ່ນບອກວ່າ ຕົ້ນກຳເນີດແມ່ນມາຈາກປະເທດຈີນ

2. ພ້າອີໂຕ້

chopping-knife

ປະເພນີການກິນ ອາຫານລາວ ຫລື ອາຫານອາຊີ ບໍ່ໄດ້ ມີມີດ ຢູ່ເທິງໂຕ ຄືກັບອາຫານຝລັ່ງ. ສະນັ້ນ ຕ້ອງໄດ້ຕັດ ເປັນຕ່ອນພໍດີຄຳ ເວລາແຕ່ງ. ມີດເຫລັ້ມ ນີ້ເຫລັ້ມດຽວ ໃຊ້ສັບໃຊ້ ຊອຍ ໃຊ້ ປອກ ໄດ້ຄົບ. ແບບວ່າຊື້້ ເຫລັ້ມດຽວຈົບ .

3. ຄົກ ແລະ ສາກ

mortar-and-pestle

ຄົກ ແລະ ສາກ ເປັນອີກອຸປະກອນໜຶ່ງທີ່ຂາດບໍ່ໄດ້ໃນເຮືອນຄົວລາວ ແລະ ບາງປະເທດໃນອາຊີ. ບາງເມນູ ແມ່ນຕ້ອງໃຊ້ ຄົກ ແລະສາກ ຕຳ ເອົາ ແຊບກວ່າ ການໃຊ້ ເຄື່ອງປັ່ນ ເຊັ່ນ ແຈ່ວໝາກເລັ່ນ, ແຈ່ວໝາກເຂືອ... ແລະ ແນ່ນອນ ປະເພດ ຕຳໝາກຫຸ່ງ ແມ່ນຕ້ອງໃຊ້ຄົກ ກັບສາກ ຍວກໆ.spicy green papaya salad.

4. ຫວດ/ໝໍ້ໜຶ້ງ ແລະ ຕິບເຂົ້າ

sticky-rice-steamer-pot-and-basket

ຫວດ ແລະຕິບເຂົ້າ ເຮັດມາຈາກໄມ້ປ່ອງ( ຫລືໄມ້ໄຜ່) ສ່ວນໝໍ້ໜຶ້ງ ແມ່ນ ເຮັດຈາກອາລູມິນຽມ. ທັງສາມອັນນີ້ ເກີດມາຕ້ອງຢູ່ນຳກັນ. ສ່ວນຫລາຍ ອຸປະກອນຄົວແບບນີ້ ພົບເຫັນຢູ່ລາວ ແລະ ພາກອີສານຂອງໄທ ເພາະ ເຂດນີ້ ກິນເຂົ້າໜຽວເປັນຫລັກ ທັງເຊົ້າ, ສວາຍ, ແລງ ເລີຍ.

sticky-rice-basket-thip-khao

.

5. ໝໍ້ຫຸງເຂົ້າ

rice-cooker

ໝໍ້ຫຸງເຂົ້າ ໃຊ້ໄວ້ ຫຸງເຂົ້າຈ້າວ. ບອກໄດ້ເລີຍວ່າ ເກືອບທົ່ວ ອາຊີ ໃຊ້ຫມໍ້ຫຸງເຂົ້າເປັນຫລັກເລີຍລະ ເພາະວ່າ ມັນໄວ ແລະ ງ່າຍ. ພຽງໃສ່ ເຂົ້າ, ໃສ່ນ້ຳ ຂໍ້ມື 1 ແລ້ວ ກະກົດ ສະວິດ. ນັ່ງຖ້າມັນສຸກ:). ນອກຈາກນີ້ ມັນຍັງໃຊ້ເຮັດ ໜຶ້ງ ແລະ ແກງໄດ້ອີກ.




ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ