ໜ້າຫຼັກສາລະໜ້າຮູ້ທັງໝົດ#top, #laos, #food, #snacking, #beer

5ອັນດັບ ອາຫານລາວທີ່ກິນແກ້ມເບຍ ຄັກສຸດວ່າຊັ້ນ!

ອາຫານລາວ ຈັດເປັນອາຫານທີ່ແຊບ ແລະມີເອກະລັກສະເພາະ. ສ່ວນໂຕໄດ້ ຄັດມາ 5 ອັນດັບອາຫານ ທີ່ກິນຜ່ານມາ ແລ້ວຮູ້ສຶກວ່າເຂົ້າກັບເບຍ ໄດ້ດີ ວ່າຊັ້ນ :)

1. ຕຳໝາກຫຸ່ງ

Tam-Mak-Hoong

ຕຳໝາກຫຸ່ງ ແມ່ນອາຫານ ທີ່ນິຍົມຢູ່ທົ່ວທຸກພາກຂອງລາວ ກິນກັບເຂົ້າກໍ່ໄດ້ ຫລື ໄວ້ແກ້ມກັບເບຍຍິ່ງດີ. ຢູ່ລາວເອີ້ນ- ຕຳໝາກຫຸ່ງ - ຢູ່ໄທເອີ້ນສົ້ມຕຳ- ຕຳໄທ ບໍ່ໃສ່ ປາແດກ, ສ່ວນຕຳລາວແມ່ນຕ້ອງມີປາແດກມາເຕັມໆ.

2. ລາບ

Larb-Moo

ລາບ ແມ່ນເຮັດມາຈາກຊີ້ນ ອາດຈະດິບ ຫຼື ສຸກກໍ່ໄດ້ຕາມໃຈມັກ. ຖ້າເປັນຊີ້ນໝູ, ເປັດ ແລະໄກ່ ຕ້ອງເຮັດສຸກ. ລາບແມ່ນການ ປະສົມປະສານ ກັນລະຫວ່າງຊີ້ນ ກັບ ຜັກຫອມຄົບເຊັດຫລາຍແນວ ເຊັ່ນ: ຫອມລາບ, ຫອມປ້ອມ, ຫອມເປ, ຫອມບົ່ວໃບ, ກະທຽມ ແລະ ຫອມບົ່ວແດງ. ສ່ວນເຄື່ອງປຸງລົດ ແມ່ນ ໃສ່ ໝາກນາວ (ຫລືເພ້ຍ), ປາແດກ ແລະ ໝາກເຜັດ. ເຄັດລັບທີ່ເຮັດໃຫ້ເປັນລາບ ນັ້ນຄື ເຂົ້າຂົ້ວ.

3. ຂົ້ວຜັກບົ້ງໄຟແດງ

stir-fried-morning-glory

ຂົ້ວຜັກບົ້ງໄຟແດງສົດໆກອບໆ ດີຕໍ່ສຸຂະພາບ ແລະ ແນ່ນອນ ເຜັດໆຈຶ່ງແຊບຈານນີ້ເໝາະກັບກິນແກ້ມເບຍທີ່ສຸດ. ເປັນເມນູທີ່ ເຮັດງ່າຍແລະໄວ. ມີລົດຊາດແບບອາຊີແທ້ໆຈາກກິ່ນຂອງກະທຽມ, ລົດຊາດສະອິ້ວຂາວ, ເຕົ້າຈ້ຽວ, ແລະ ນ້ຳມັນຫອຍ, ແລະ ແນ່ນອນ ໝາກເຜັດທີ່ໃສ່ໄປ.

4. ເຂົ້າຈີ່ ແຊນວິດລາວ

beef-sandwich-lao-style

ເຂົ້າຈີ່ ແຊນວິດແບບລາວ ມີຫລາຍແບບ ຫລາຍລົດຊາດ. ຖ້າແບບ ເຂົ້າຈີ່ຫວຽດນາມ ແມ່ນໃສ່ປາເຕ້, ໝູແດງ ແລະ ຢໍ່ໝູ, ແຕງດອງ ຫລື ກາລົດດອງ. ແຕ່ແບບນີ້ພິເສດ ເຫັນຢູ່ບາງທ້ອງຖິ່ນ ເຮັດໄສ້ ແບບຂົ້ວຊີ້ນງົວສະເຕັກ ແລ້ວມາໃສ່ ເຂົ້າຈີ່. ແຖມໃສ່ ພິກໄທປົ່ນຫລາຍໆ ແລະ ຫອມປ້ອມນຳ ມັນເປັນຫຍັງທີ່ ລອງກັບເບຍແລ້ວ ລົງໂຕສຸດ.

5. ຊີ້ນແຫ້ງ

beef-jerky

ຊິ້ນແຫ້ງຫຼືຊີ້ນຫຼອດຈານນີ້ ກວ່າຊິເປັນແບບນີ້ ແມ່ນ ຕ້ອງໄດ້ເອົາຊີ້ນສົດ ມາຊອຍ, ເອືອບດ້ວຍ ກະທຽມ, ຂີງ, ນ້ຳຕານ, ສະອິ້ວຂາວ, ແລະໝາກງາ, ກ່ອນນຳອອກຕາກແດດຈົນແຫ້ງ ແລ້ວນຳມາຈືນ. ກິນຄູ່ກັບເຂົ້າໜຽວຮ້ອນໆນີ້ ແຊບຫລາຍ ຫລື ຊິແກ້ມກັບເບຍ ກະເຂົ້າກັນ ເຂົ້າກັນ ວ່າຊັ້ນ!




ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ