ໜ້າຫຼັກສາລະໜ້າຮູ້ທັງໝົດ#tourism, #laos, #vientiane

ທ່ຽວວຽງຈັນ 2ມື້ 1ຄືນ

6 ສະຖານທີ່ທ່ອງທ່ຽວຍອດຮິດໃນນະຄອນຫຼວງວຽງຈັນ. ສະຖານທີ່ທ່ອງທ່ຽວທັງໝົດໃນນະຄອນຫຼວງວຽງຈັນ.

- ພະທາດຫລວງວຽງຈັນ ຫລື ພະເຈດີໂລກະຈຸລະມະນີ ຫລື ເອີ້ນອີກຢ່າງນື່ງວ່າພະທາດແກ້ວຍອດໂລກ ແຕ່ສ່ວນຫລາຍປະຊາຊົນລາວເຮົາຈະມັກເອີ້ນວ່າພະທາດຫລວງ ເຊີ່ງເປັນພະທາດທີ່ໃຫຍ່ ແລະ ສວຍງາມທີ່ທີ່ສຸດໃນປະເທດລາວເຮົາ ທີ່ມີສີເຫລືອງທອງອະລ່າມເປັນປູສະນິຍະສະຖານສຳຄັນຍ່າງຍີ່ງຂອງລາວສ້າງຂື້ນໃນສະໄຫມດຽວກັນກັບການສ້າງເມືອງວງງຈັນ ໂດຍພະຍາຈັນທະບຸລີປະສິດທິສັກ ແລະ ພະອໍລະຫັນຫ້າອົງທີ່ໄປຮງນຍູ່ກຸງລາສະຄຶປະເທດອິນເດຍ ເພື່ອເປັນທີ່ບັນຈຸພະບໍລົມລາສາລີລິກະທາດຂອງພະພຸດທະເຈົ້າ (ກະດູກສ່ວນຫົວເນົ່າບໍລິເວນທ້ອງນ້ອຍ) ໄວ້ໃນອົງພະທາດ ຕໍ່ມາໃນລາດຊະການຂອງພະເຈົ້າໃຊຍະເສດຖາທິລາດໄດ້ສ້າງພະທາດໃຫຍ່ກໍ່ກວມເອາພະທາດນ້ອຍທີ່ພະຍາຈັນທະບູລີໄດ້ສ້າງໄວ້ ເປັນພະທາດໃຫຍ່ທີ່ສວຍງາມທີ່ສຸດເປັນສູນລວມພຸດທະສາດສະຫນາຈົນເຖີງທຸກວັນນີ້
1
- ທ່ຽວຊົມອະນຸສາວະລີ ຫລືເອີ້ນວ່າປະຕູໄຊ (victory monument) ເຊີ່ງເປັນສະຖາປັດຕະຍະກຳປະສົມປະສານລະຫວ່າງລາວລ້ານຊ້າງກັບຝຮັ່ງເສດ ຕັ້ງສະຫງ່າສູງເດັ່ນທ່າມກາງຈຸດໃຈກາງເມືອງວຽງຈັນ ເປັນຈຸດຊົມວິວທີ່ສວຍງາມຂອງເມືອງວງງຈັນສ້າງຂື້ນເພື່ອລະນຶກຖຶງດວງວິນຍານຂອງນັກຮົບວິລະຊົນທີ່ຍອມເສຍສະຫລະເລືອດເນື້ອຈົນປົດປ່ອຍເປັນເອກະລາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຍຸກທຸກສະໄຫມ ເປັນສູນລວມສິນລະປະລາຍລາວປະຕູໄຊຖືວ່າເປັນອີກສະຖານທີ່ແຫລ່ງທ່ອງທ່ຽວຫລັກໆຂອງເມືອງວຽງຈັນ ເພາະປຽບເຫມືອນປະຕູບ້ານປະຕູເມືອງ ແລະ ເປັນປະຕູແຫ່ງໄຊຊະນະ
1
- ທ່ຽວຊົມພິພິຕະພັນຫໍພະແກ້ວ ສ້າງຂື້ນໃນປີຄສ1565 ໃນສະໄຫມລາດຊະການຂອງ ພະເຈົ້າ ໄຊຍະເສດຖາ ເພື່ອເປັນບ່ອນປະດິດສັນຖານຂອງອົງພະແກ້ວມໍລະກົດພຽງອົງດຽວກ່ອນທີ່ຈະຖືກອັນເຊີນໄປໄວ້ທີ່ວັດພະສີລັດຕະນະສາດສະດາລາມ (ກຸງເທບ)ປັດຈຸບັນຈື່ງໄດ້ກາຍເປັນພິພິຕະພັນທ້ອນໂຮມວັດຖຸບູຮານເພື່ອໃຫ້ແຂກຕ່າງດ້າວທ້າວຕ່າງເມືອງໄດ້ໄປທ່ຽວຊົມ
1
- ທ່ຽວຊົມຊື້ສິນຄ້າຫັດຖະກຳພື້ນເມືອງຂອງຝາກຂອງຕ້ອນທີ່ຖະຫນົນຄົນເດີນແຄມຂອງ ຫລື ເອີ້ນອີກຊື່ໜຶ່ງກໍຄື: ຕະຫລາດມືດແຄມຂອງ
1
- ກາບໄຫວ້ຂໍພອນເຈົ້າແມ່ສີເມືອງ ທີ່ວັດສີເມືອງ ເຊີ່ງເປັນວັດຫລັກບ້ານຫລັກເມືອງທີ່ສັກສິດເຊີ່ງເປັນທີ່ເຄົາລົບນັບຖືຂອງຊາວລາວ ແລະ ຊາວພຸດສະສາດສະຫນາທັງຫລາຍ
1
- ຕະຫລາດເຊົ້າເຊິ່ງເປັນສູນລວມສິນຄ້າຈາກລາວ ໄທ ຈີນ ຫວຽດນາມ ສິນຄ້າຕ່າງໆຫລາກຫລາກຫລາຍ
1



ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ