ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຍຳສະຫລັດໄຂ່

(0 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ງ່າຍ · 30 ນາທີ · ຖືກ

ມື້ໃດ ມີເວລາ ຫວ່າງໆ ຢູ່ນຳຄອບຄົວ ເປີດຕູ້ເຢັນ ເຫັນໄຂ່ເຕັມ. ມື້ນີ້ ເລີຍໄດ້ເຮັດ 'ຍຳສະຫລັດໄຂ່'. ມາເດີ ລອງເຮັດເບິ່ງ ງ່າຍໆ ຕາມສູດລຸ່ມນີ້ເລີຍ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ລ້າງຜັກ, ຫມາກເລັ່ນ, ຫມາແຕງ ແລະ ຫອມ ແລະຊອຍເປັນຕ່ອນ ພັກໄວ້ໃຫ້ສະເດັດນ້ຳ.

ຂັ້ນຕອນ 2: ຕຳກະທຽມຜັກບົ່ວ ແລ້ວນຳໄປຂົ້ວໃສ່ນ້ຳມັນໃຫ້ຫອມ ແລ້ວເອົານ້ຳຕານລົງ ຂ້ຽວເຮັດໄຟອ່ອນ ຈົນອອກແດງໆ ແລ້ວຕື່ມນ້ຳ ຕົ້້ມໃຫ້ນ້ຳຕານລະລາຍ ແລ້ວປະໄວ້ໃຫ້ເຢັນ

ຂັ້ນຕອນ 3: ປອກໄຂ່ ແລະ ຕັດເປັນຕ່ອນ 5 ຫນ່ວຍ ໄວ້ເສີບໃສ່ຈານຍຳ ອີກ 10 ຫນ່ວຍ ແມ່ນເອົາແຕ່ໄຂ່ແດງ ອອກມາຕີໃສ່ກັບນ້ຳຕານໃຫ້ລະລາຍ.

ຂັ້ນຕອນ 4: ປຸງລົດນ້ຳຍຳດ້ວຍ ຫມາກນາວ, ເກືອ, ນ້ຳປາ ແລະ ຕຳຖົ່ວດິນໃສ່.

ຂັ້ນຕອນ 5: ຈັດຜັກທັງຫມົດໃສ່ຊາມໃຫຍ່ ແລະ ຖອກນ້ຳຍຳລົງຄົນ ເບົາໆໃຫ້ເຂົ້້າກັນ. ຈາກນັ້ນ ຈັດໃສ່ຈານເສີບ ພ້ອມກັນ ໄຂ່ ແລະຖົ່ວດິນໂຮຍຫນ້າອີກ. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ