ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຊຸບໄກ່

(3 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ປານກາງ · 60 ນາທີ · ປານກາງ

ບ້ານຂ້ອຍ ທາງເໜືອ ເອີ້ນ ຊຸບໄກ່, ຄືເອົາໄກ່ຕົ້ມ ມາຈີກໆເປັນຕ່ອນ ລະໃສ່ເຄື່ອງປຸງ ແຕ່ບໍ່ມີນ້ຳຫລາຍຄືຊົ້ວໄກ່. ສູດເຮັດ ແບບໃດນັ້ນມາເບິ່ງນຳກັນເນາະ.

ເຄື່ອງປຸງ

ເຄື່ອງປະກອບຕົ້ມໄກ່

ເຄື່ອງປະກອບຊຸບໄກ່

ວິທີເຮັດ

ຂັ້ນຕອນ1: ຄ້າງຫມໍ້ໃສ່ນ້ຳ, ເກືອ, ຄະນໍ, ຂີງ, ຫົວບົ່ວໃຫຍ່, ແລະຫົວສີໄຄທຸບ ໃສ່.

ຂັ້ນຕອນ2: ພໍໝໍ້ຟົດ ເອົາໄກ່ລົງຫມໍ້, ຕົ້ມໃຫ້ສຸກ ປະມານ 40ນາທີ ຫາ ຊົ່ວໂມງ1 ໃຊ້ໄຟກາງ ຫາແຮງ ແລ້ວ ຕັກໄກ່ອອກພັກໄວ້.

ຂັ້ນຕອນ 3: ຈີ່ກະທຽມ, ຫົວບົ່ວແດງ ແລະ ຫມາກເຜັດ ໃຫ້ສຸກ ແລ້ວເອົາມາຕຳ ໃຫ້ໃສ່ຂີງປ່ຽງຫນຶ່ງເພີ່ມຄວາມຫອມ ແລະ ເກືອ1 ຢິບມື.

ຂັ້ນຕອນ 4: ຈີກໄກ່ເປັນຕ່ອນພໍດີຄຳ ດ້ວຍມື ເອົາແຕ່ຊີ້ນ ໃສ່ໃນຊາມ

ຂັ້ນຕອນ 5: ໃສ່ກະທຽມ ຜັກບົ່ວ, ຫມາກເຜັດ, ແລະຂີງ ທີ່ຕຳນັ້ນໃສ່ຊາມໄກ່ ຕາມດ້ວຍ ນ້ຳປາ, ສະອິ້ວ, ຫມາກນາວ ພ້ອມດ້ວຍ ໃສ່ນ້ຳຕົ້ມໄກ່ລົງໄປຈັກ 5 ບ່ວງແກງ ເພີ່ມໄດ້ຕາມໃຈມັກ. ຄົນໃຫ້ເຂົ້າກັນແລະຊີມລົດຊາດ.

ຂັ້ນຕອນ 6: ໃສ່ ເຂົ້້າຂົ້ວ ແລະ ຜັກຫອມທຸກຊະນິດລົງ ພ້ອມຄົນ ເບົາໆ ກຽມເສີບ ກິນກັບເຂົ້າຫນຽວ ຫລືເຂົ້າຈ້າວຮ້ອນໆ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ແຊບສຸດຍອດ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ