ໜ້າຫຼັກສູດອາຫານອາຫານຝລັ່ງອົບ

ໝາກຊູກິນີ ອົບຊີສ

(1 ໂຫວດ) • ໂດຍ Kimmi Kim

2 ຄົນ · ງ່າຍ · 40 ນາທີ · ຖືກ

ຢາກບອກວ່າ ໝາກຊູກິນີ ມີເນື້ອສຳພັດແລະ ລົດຊາດ ຄ້າຍໆກັບ ໝາກອຶອ່ອນບ້ານເຮົາ ແຕ່ໜ່ວຍມັນຍາວຄືໝາກແຕງ. ຖ້າໃຜເຫັນມີຂາຍຢູ່ໃກ້ໆ ບ້ານກະລອງຊື້ ມາເຮັດເບິ່ງເດີ ມັນເປັນອາຫານຝລັ່ງ ກິນງ່າຍໆແບບຄອບຄົວ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເອົານ້ຳມັນໝາກກອກລົງໃສ່ກະທະ ພໍມັນເລີ່ມຮ້ອນ ໃຫ້ໃສ່ ກະທຽມ ແລະ ຊຼກີນີ ພ້ອມກັນ. ຂົ້ວໄຟອ່ອນ ຈົນມັນຫຍອບ ແລ້ວ ເອົາ ເກືອໃສ່, ຕາມດ້ວຍນົມ. ຂົ້ວຕໍ່ໄປຈົນ ມັນສຸກ ແລ້ວ ເອົາ ແປ້ງລົງ, ຄົນໃຫ້ແປ້ງເຂົ້າເປັນເນື້ອດຽວກັນ. ປິດໄຟປະໄວ້.

2. ໃຊ້ ຖາດ ຫລື ພາສະນະແກ້ວ ທີ່ໃຊ້ໃນເຕົາອົບໄດ້. ຖອກຊູກີນີ ຈາກກະທະລົງໃສ່ ຖາດ, ແປງໃຫ້ພຽງໆ ແລ້ວ ໂຮຍດ້ວຍ ຊີສ ຈົນທົ່ວ.

3. ຕັ້ງອຸນນະພູມເຕົາອົບ 180 ອົງສາ. ໃສ່ຖາດນັ້ນເຂົ້າໄປອົບປະມານ 20-30 ນາທີ ຫລືຈົນກວ່າ ຊີສທາງໜ້າ ອອກນ້ຳຕານ ຖືວ່າສຸກ.

4. ເອົາອອກຈາກເຕົາ ແລ້ວເສີບ ກັບ ແຮມ ຫລື ສະເຕັກແຊວມ໋ອນ ກະແຊບ.

ລະວັງ: ຊູກີນີ ທີ່ອອກຈາກເຕົາ ທາງໃນມັນຮ້ອນຫລາຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ