ໜ້າຫຼັກສູດອາຫານລາວປະເພດຫນື້ງ

ໝົກປາດຸກ

(1 ໂຫວດ) • ໂດຍ ສາວບີ່ ເມືອງເຟືອງ

2 ຄົນ · ປານກາງ · 50 ນາທີ · ຖືກ

ໝົກປາດຸກແບບລາວໆ ປຸງແບບໃສ່ຫອມບົ່ວ, ຜັກຊີ ແລະ ຜັກອີຕູ່ ດອກແຫຼ້ຫລາຍໆ, ແລ້ວຢອດໃສ່ປາແດກ ແລະ ເຮັດເຜັດໜ້ອຍໜຶ່ງ. ອາຫານສວາຍມື້ນີ້ ມັນຄືທີ່ສຸດຂອງຄວາມແຊບເລີຍ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕຳເຄື່ອງ: ໝາກເຜັດ, ກະທຽມ, ຫອມບົ່ວແດງ, ຫົວສີໄຄ, ເກືອ ແລະ ແປ້ງນົວ. ຕຳໃຫ້ແຫລກຕາມໃຈມັກ.

2. ເອົາເຄື່ອງໄປຄົນໃສ່ຕ່ອນປາໃນຊາມ, ໃສ່ເຂົ້າເບືອ, ປາແດກ ຫລືນ້ຳປາ ຢອດໃສ່. ແລ້ວໃສ່ຫອມບົ່ວ, ຜັກຊີໝ ແລະ ທີ່ສຳຄັນຄືຜັກອີຕູ່. ຄົນທັງໝົດ ໃຫ້ເຂົ້າເນື້ອປາດີ.

3. ນຳໃບຕອງມາຫໍ່ ແລ້ວ ໄປໜຶ້ງໄຟກາງ ຫາ ແຮງ ປະມານ 30 ນາທີ. ເມື່ອສຸກແລ້ວ ໄຂອອກມາເສີບໄດ້, ຕຽມເຂົ້າໜຽວມາຄຸ້ຍໄດ້ເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ