ໜ້າຫຼັກສູດອາຫານອາເມລິກາແຊ່ເຢັນ

ວຸ້ນຊັ້ນໄຂ່ມຸກ ສະຕໍເບີຣີ່ມັດຊະ

(0 ໂຫວດ) • ໂດຍ f00dfrenzi

8 ຄັບ · ປານກາງ · 5 ຊົ່ວໂມງ · ປານກາງ

ໄອເດຍ ຂອງຫວານສຳລັບ ວັນຄຣິສມາສ :))

ວຸ້ນຊັ້ນໄຂ່ມຸກ ສະຕໍເບີຣີ່ມັດຊະ

ເຄື່ອງປຸງ

ສ່ວນປະສົມຂອງ ວຸ້ນສະຕໍເບີຣີ

ສ່ວນປະສົມຂອງວຸ້ນຄີມວະນີລາ

ສ່ວນປະສົມຂອງວຸ້ນຊາຂຽວ

ສ່ວນປະສົມຂອງໄຂ່ມຸກຂ້ຽວນ້ຳຕານ

ວິທີເຮັດ

#ເຮັດຊັ້ນສະຕໍເບີຣີ່:

1. ເອົາໝໍ້ນ້ອຍມາ, ຖອກ ນ້ຳໃສ່ ແລະ ໂຮຍຜົງວຸ້ນລົງ1 ຫໍ່ ແລ້ວປະໄວ້ 10 ນາທີ. ຈາກນັ້ນ ເອົາໄປຄ້າງໃສ່ໄຟ ອ່ອນຫາກາງ. ຈົນຜົງວຸ້ນນັ້ນ ລະລາຍໝົດ, ເອົາອອກຈາກເຕົາ.

2. ປັ່ນໝາກສະຕໍເບີຣີ, ນ້ຳເຜິ້ງ, ແລະນ້ຳໝາກນາວ ເຂົ້າກັນໃຫ້ນຽນ. ແລ້ວນຳໄປຕອງໃສ່ ຕານ່າງຖີ່ ເພື່ອເອົາເສດແລະແກ່ນມັນອອກ. ຈາກນັ້ນປະສົມ ນ້ຳວຸ້ນທີ່ຕົ້ມ ກັບ ນ້ຳສະຕໍເບີຣີ່ທີ່ຕອງນີ້. ຄົນໃຫ້ເຂົ້າກັນດີ.

3. ແບ່ງໄວ້ ເປັນ 8 ຈອກນ້ອຍ(6 ອອນ). ເອົາເຂົ້າຕູ້ເຢັນ ຈົນມັນແຂງໂຕ ປະມານ 1 ຫາ2 ຊົ່ວໂມງ.

#ເຮັດຊັ້ນ ຄີມວານິລາ

1. ເອົາໝໍ້ນ້ອຍມາ ໃສ່ນົມ ແລະ ຄີມສົດເຂັ້ມຂຸ້ນ, ຕາມດ້ວຍ ຜົງວຸ້ນ ເຄິ່ງຫໍ່ ( ຈົ່ງເຄິ່ງຫໍ່ໄວ້ ເຮັດ ຊັ້ນຊາຂຽວ). ປະໄວ້ 10ນາທີ.

2. ຈາກນັ້ນໃສ່ ນ້ຳຕານ ແລະ ກິ່ນວານິລາລົງໄປ ໃນໝໍ້ນົມແລະຄີມນັ້ນ. ເອົາໄປຄ້າງໄຟອ່ອນ-ກາງ ຄົນຈົນນ້ຳຕານ ແລະ ຜົງວຸ້ນລະລາຍ. ເອົາອອກຈາກເຕົາ.

3. ເອົາຈອກນ້ອຍວຸ້ນ ສະຕໍເບີຣີ່ ອອກຈາກຕູ້ເຢັນ. ແລ້ວຖອກນ້ຳຕົ້ມວຸ້ນ ຄີມວານິລານີ້ລົງໃສ່ ຈອກວຸ້ນສະຕໍເບີຣີ່ ແຕ່ລະຈອກ. ເອົາເຂົ້າຕູ້ເຢັນອີກ ໃຫ້ຊັ້ນຄີມວານິລາ ມັນແຂງ ປະມານ 1ຫາ 2ຊົ່ວໂມງ.

#ເຮັດຊັ້ນຊາຂຽວມັດຊະ

1. ເອົາໝໍ້ນ້ອຍມາ ໃສ່ນົມ ແລະ ຄີມສົດເຂັ້ມຂຸ້ນລົງ, ໂຮຍ ຜົງວຸ້ນ ທີ່ເຫລືອ ເຄິ່ງຖົງນັ້ນລົງ. ປະໄວ້10 ນາທີ.

2. ປະສົມ ຜົງຊາຂຽວມັດຊະ ກັບນ້ຳຮ້ອນ ຕ່າງຫາກ ຄົນຈົນໃຫ້ມັນລະລາຍ.

3. ຈາກນັ້ນໃສ່ ນ້ຳຕານ ແລະ ນ້ຳຊາຂຽວມັດຊະ ລົງໃນໝໍ້ນົມແລະຄີມນັ້ນ. ເອົາໄປຄ້າງໃສ່ໄຟ ອ່ອນ ຫາກາງ ຄືເກົ່າ ຈົນໃຫ້ນ້ຳຕານ ແລະ ຜົງວຸ້ນລະລາຍ ແລ້ວຈິ່ງປິດໄຟ ເອົາອອກຈາກເຕົາ.

4. ເອົາຈອກ ວຸ້ນນ້ອຍ 8 ຈອກນັ້ນ ອອກມາຈາກຕູ້ເຢັນ. ແລ້ວຖອກນ້ຳຕົ້ມວຸ້ນ ຊາຂຽວລົງແຕ່ລະຖ້ວຍ, ແລ້ວເອົາໃສ່ຕູ້ເຢັນຄືນ ໃຫ້ມັນແຂງໂຕ ປະມານ 1ຫາ2 ຊົ່ວໂມງ.

#ເຮັດຂ້ຽວໄຂ່ມຸກນ້ຳຕານ

1. ຕົ້ມນ້ຳ 4 ຄັບ ໃຫ້ຟົດ. ໃສ່ ໄຂ່ມຸກ ແລ້ວຈຶ່ງອອ່ນໄຟກາງ ຕົ້ມໄປ 15 ນາທີ ໃຫ້ໝັ່ນຄົນ. ຫລັງຈາກ15 ນາທີແລ້ວ, ໃຫ້ປົງ ອອກຈາກເຕົາ, ປິດຝາໝໍ້ປະໄວ້ 10ນາທີ.

2. ນຳໄຂ່ມຸກໄປ ໃສ່ຕະແກງ ແລະລ້າງນ້ຳ.

3. ຄ້າງໝໍ້ນ້ອຍອີກ ໃສ່ ນ້ຳ ແລະ ນ້ຳຕານຊາຍແດງ. ພໍມັນຟົດ ໃຫ້ໃສ່ ໄຂ່ມຸກລົງໄປ ແລະຄ່ອຍຕົ້ມປະມານ10 ນາທີ. ໃຫ້ໝັ່ນຄົນ ຈົນສັງເກດວ່າ ນ້ຳຕານ ໜຽວຫນຶບ ແມ່ນໄດ້ ,ປະໃຫ້ເຢັນລົງ.

4. ສຸດທ້າຍ ເອົາຈອກວຸ້ນອອກມາ ຈາກຕູ້ເຢັນ ແລ້ວ ຕັກໄຂ່ມຸກລົງ ແຕ່ລະຈອກ. ພ້ອມແຊບໄດ້😊!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ