ໜ້າຫຼັກສູດອາຫານໄຕ້ຫວັນດອງ/ໝັກ

ໝາກເລັ່ນ ແຊ່ບ໊ວຍ

(0 ໂຫວດ) • ໂດຍ A table c´est Chiou

2 ຄົນ · ງ່າຍ · 750 ນາທີ · ຖືກ

ມື້ນີ້ ຊິມາບອກວິທີ ການເຮັດ ເມນູ ອາຫານຫວ່າງ ທີ່ກິນ ແລ້ວ ບໍ່ຢາກເຊົາ. ນັ້ນຄື ໝາກເລັ່ນ ນ້ອຍ ແຊ່ ບ໊ວຍ ເຄັມຫວານ.

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເຮັດນ້ຳເຊື່ອມ ໂດຍການ ຕົ້ມນ້ຳ ໃສ່ ໝໍ້ ກະທະ, ແລ້ວໃສ່ ນ້ຳຕານ ແລະ ບ໊ວຍແຫ້ງ. ຕົ້ມແລ້ວ ເອົາອອກປະໄວ້.

2. ເອົາ ໝາກເລັ່ນນ້ອຍ ມາກີດ ເປັນເສັ້ນ ອ້ອມໜ່ວຍ. ແລ້ວນຳ ໄປຕົ້ມປະມານ 20 ວິນາທີ.

3. ຕັກໝາກເລັ່ນ ອອກມາໃສ່ ນ້ຳກ້ອນ ໃນຊາມ ແລ້ວ ປອກເປືອກ ຕາມຮອຍຂີດນັ້ນ. ປອກແລ້ວໃສ່ຖ້ວຍປະໄວ້.

4. ຖອກ ນ້ຳເຊື່ອມບ໊ວຍ ທີ່ເຮັດແລ້ວນັ້ນ ໃສ່ ຖ້ວຍໝາກເລັ່ນ, ບີບ ໝາກນາວໃສ່.

5. ປະໄວ້ ຄືນໜຶ້່ງ ຈຶ່ງຄ່ອຍກິນ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ