ໜ້າຫຼັກສູດອາຫານໄຕ້ຫວັນອົບ

ເຂົ້າໜົມໄຫວ້ພະຈັນ ສູດໄຕ້ຫວັນ

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ປານກາງ · 1520 ນາທີ · ຖືກ

ວັນ ໄຫວ້ ພະຈັນ ກະຄືໃນຄືນທີ່ ພະຈັນ ເຕັມດວງ. ແຕ່ລະປີ ຈະປ່ຽນໄປຕາມ ປະຕິທິນ ແຕ່ ສ່ວນຫລາຍ ແລ້ວ ຈະຢູ່ ຊ່ວງ ເດືອນ 10. ມັນເປັນ ວັນໜຶ່ງ ທີ່ລວມ ຍາດຕິພີ່ນ້ອງ ໃນຄອບຄົວ ມາເຕົ້າ ໂຮມກັນ. ເຊິ່ງ ແນ່ນອນ ເຂົ້າໜົົມ ໄຫວ້ ພະຈັນ ເປັນສ່ວນ ປະກອບທີ່ສຳ ຄັນໃນ ພິທີນີ້.

ຢູ່ທີ່ໄຕ້ຫວັນ ເຂົ້າໜົມ ໄຫວ້ ພະຈັນ ຈະມີທັງ ແບບໄສ້ ເຄັມ ແລະ ຫວານ, ມື້ນີ້ ຂ້ອຍ ຈະເລືອກ ເຮັດ ແບບໄສ້ຫວານ ເຊິ່ງ ມັນເປັນສູດ ຂອງແມ່ຕູ້ ຂ້ອຍ ບອກມາ !!!

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ສ່ວນປະສົມໄສ້

ສ່ວນ ປະສົມແປ້ງ A

ສ່ວນ ປະສົມແປ້ງ B

ວິທີເຮັດ

1. ມ່າ ຖົ່ວຂຽວ ໄວ້ ຄືນໜຶ່ງ. ມື້ຕໍ່ມານຳ ຖົ່ວຂຽວໄປໜຶ້ງໃຫ້ສຸກ ປະມານ 20 ນາທີ.

2. ຫລັງຈາກໜຶ້ງແລ້ວ ໃສ່ ນ້ຳຕານ ແລະ ນ້ຳມັນ, ແລ້ວ ນ່ຽນ ແລະ ນວດ ໃຫ້ມັນມຸ່ນໆຈົນເປັນ ເນື້້ອນຽນ. ແລ້ວ ນຳໄປຖອກໃສ່ ໝໍ້ກະທະ ຂົ້້ວເພື່ອ ໃຫ້ນ້ຳອອກ. ສັງເກັດເຫັນວ່າ ຖົ່ວເລີ່ມແຕກ ເປັນກ້ອນໆ ໃຫ້ ເອົາອອກຈາກ ໝໍ້ກະທະ ແລ້ວປະໄວ້ ເປັນໄສ້.

4. ຕໍ່ ໄປ ກຽມ ແປ້ງ ມີ 2 ສ່ວນ ຄື ( ຂໍເອີ້ນ ສ່ວນ A ແລະ B) ກຽມສ່ວນແປ້ງ A: ກຽມຊາມ ມາ ໃສ່ ແປ້ງ, ນ້ຳຕານ, ນ້ຳມັນ, ແລະ ນ້ຳ. ຄົນ ນວດໃຫ້ເຂົ້າກັນ ແລ້ວ ປັ້ນ ເປັນກ້ອນ. ປະໄວ້ ໂດຍ ໃຊ້ ເຈ້ຍ ຫຸ້ມ ອາຫານປົກໄວ້.

5. ກຽມສ່ວນແປ້ງ ‘B’ ກະເຮັດຄືກັນ ເປັນກ້ອນ ແລ້ວ ປະໄວ້.

6. ພັກແປ້ງ ທັງສອງສ່ວນ ໄວ້ 20 ນາທີ.

7. ໃນຂະນະນັ້້ນ ໃຫ້ ລິ້ງ ໄສ້ ຖົ່ວເຫລືອງ ເປັນ ແທ່ງຍາວ ແລ້ວ ຕັດ ເປັນກ້ອນນ້ອຍ ແລ້ວ ປັ້ນ ເປັນກ້ອນ ໃຫ້ໄດ້ 12 ກ້ອນ ແລ້ວ ໃຊ້ເຈ້ຍ ຫຸ້ມອາຫານ ປົກໄວ້. ພໍແປ້ງທັງ A ແລະ B ພັກໄດ້ ຄົບ 20 ນາທີ ແລ້ວ ໃຫ້ ລິ້ງ ແລະ ປັ້ນ ແບບດຽວ ກັນກັບໄສ້ຖົ່ວ ຄືໃຫ້ໄດ້ ຢ່າງລະ 12 ກ້ອນ.

8. ຂັ້ນຕອນ ຕໍ່ໄປ ແມ່ນ : ເອົາກ້ອນ ແປ້ງ ‘A’ ມາລີດໃຫ້ແປ ແລ້ວ ເອົາ ກ້ອນ ແປ້ງ B ວາງໃສ່ເທິງ ແລ້ວ ຫໍ່ແປ້ງເຂົ້້າ. ເຮັດ ແຕ່ລະກ້ອນ ຄືກັນ ຈົນໝົດ.

9. ຈາກນັ້ນ ເອົາກ້ອນແປ້ງນັ້ນ ມາລີດ ໃຫ້ແປເປັນ ແຜ່ນ ແລະ ພັບ ມ້ວນເຂົ້າ ຄື ກອກຢາ ແລ້ວ ລີດ ໃຫ້ ແປອີກ ແລະ ພັບ ມ້ວນເຂົ້າອີກ ແລ້ວ ປະໄວ້ ( ເຮັດແບບນີ້ ລວມທັງໝົດ 3ເທື່ອ). ເຮັດ ໄປ ຈົນໝົດ 12 ກ້ອນ ແລ້ວຈຶ່ງ ໃຊ້ ເຈ້ຍຫຸ້ມອາຫານ ປົກໄວ້ຄືເກົ່າ. (ຂໍແນະນຳ ໃຫ້ເບິ່ງວິດີໂອ ເພື່ອຈະໄດ້ເຂົ້າໃຈຕື່ມ).

10. ສຸດທ້າຍ, ໃຫ້ ເອົາ ແປ້ງທີ່ ພັບໄວ້ ຄື ກອກຢາຫັ້ນ ອອກມາ ລິ້ງເປັນ ແຜ່ນແປໆ ໃຫຍ່ກວ່າ ໄສ້ທີ່ຈະຍັດ. ແລ້ວ ວາງໄສ້ ຖົ່ວ ທີ່ເປັນກ້ອນ ນັ້ນລົງ, ແລ້ວ ຫໍ່ຫຸ້ມ ປິດໄວ້. ເຮັດແບບ ນີ້ຈົນຄົບ 12 ກ້ອນ.

11. ນຳທັງ 12 ກ້ອນ ໄປວາງລົງ ພາຊະນະ ທີ່ຈະເອົາ ເຂົ້າ ເຕົາອົບ ແລ້ວ ເນັ້ນໆ ທາງເທິງ ແຕ່ລະກ້ອນ ໜ້ອຍໜຶ່ງ. ກ່ອນ ເຂົ້າເຕົາອົບ, ຕາມ ປະເພນີ ແມ່ນ ມີການ ໃສ່ສີ ໝາຍທາງເທິງ ເພື່ອ ບອກວ່າ ທາງໃນໄສ້ຫຍັງ. ສ່ວນ ຂອງຂ້ອຍ ຈະໝາຍ ເປັນ ຈຸດ ແດງ 3 ຈຸດ. ໂດຍໃຊ້ ໄມ້ຖູ່ ຈຸບສີ ອາຫານ ແລ້ວ ເອົາມາຈ້ຳໃສ່ ເທິງແປ້ງ.

12. ນຳໄປອົບ 12 ນາທີ ທີ່ອຸນນະພູມ 170°C ອົງສາ. ຈາກນັ້ນ ລົດລົງ ທີ່150°C ອົງສາ ແລ້ວ ອົບຕໍ່ ອີກ 25 ນາທີ. ເປັນອັນລຽບລ້ອຍ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ