ໜ້າຫຼັກສູດອາຫານໄຕ້ຫວັນປະເພດຫນື້ງ

ເຂົ້າໜົມ ມັນດ້າງ

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ງ່າຍ · 30 ນາທີ · ຖືກ

ຖ້າ ໃຜເຄີຍໄດ້ໄປ ໄຕ້ຫວັນ ຄົງຕ້ອງເຄີຍກິນ ເຂົ້າໜົມ ມັນດ້າງ(YuYuan). ແຕ່ຖ້າ ໃຜບໍ່ ທັນໄດ້ໄປໄຕ້ຫວັນ ລອງມາເຮັດກິນ ເອງເບິ່ງ.

ສຳລັບ ໂຕແປ້ງເຂົ້າໜົມ ແລ້ວ , ສັງເກດເຫັນວ່າ ມັນດ້າງ ແຕ່ລະບ່ອນ ຈະມີ ນ້ຳ ບໍ່ສຳ່ກັນ. ສະນັ້ນ ສາມາດຕື່ມນ້ຳໃສ່ຖ້າມັນແຫ້ງ ຫລື ຕື່ມ ແປ້ງ ສິງກະໂປໃສ່ ຖ້າມັນປຽກເກີນໄປ. ແຕ່ກະເປັນເລື່ອງ ປົກກະຕິ ທີ່ມັນຈະເປັນເນື້ອ ຊາໆຄືກັບຊາຍ ຕອນທີ່ຍັງບໍ່ສຸກ!

ເຮົາ ສາມາດ ປ່ຽນ ຈາກ ມັນດ້າງມາເປັນ ໝາກອຶ ແທນກໍ່ໄດ້, ມັນຈະໄດ້ເນື້້ອ ສຳຜັດ ດຽວກັນ, ຕ່າງ ແຕ່ລົດຊາດ!

ສຸດທ້າຍ ຂ້ອຍຂໍແນະນຳ ເລີຍ ໃຫ້ກິນ ກັບ ກະແລັມ !

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ປອກ ມັນດ້າງ ກັບເຜືອກກ່ອນ ເອົາໄປຊັ່ງໃຫ້ໄດ້ 200 ກຣາມ ແຕ່ລະອັນ.

2. ໃຊ້ເຫລັກຂູດຊີສ(ເນີຍ) ເພື່ອຂູດ ມັນດ້າງ ແລະ ເຜືອກ ໃຫ້ເປັນເສັ້ນມຸ່ນໆ ແລ້ວ ແຍກ ແຕ່ລະສວ່ນ ໄວ້ໃນຊາມ. ນຳເອົາ ໄປໜຶ້ງ 20 ນາທີ.

3. ຫລັງຈາກໜຶ້ງ ແລ້ວ ໃສ່ ແປ້ງສິງກະໂປ 120 ກຣາມ ປະສົມ ລົງ ແຕ່ລະສ່ວນ ( ແຍກກັນ ແຕ່ລະສ່ວນ ເຮັດເທື່ອລະອັນ). ສ່ວນ ຂອງເຜືອກມັນບໍ່ຫວານ ໃຫ້ ຕື່ມນ້ຳຕານ 60 ກຣາມ. ນວດໃຫ້ເຂົ້າກັນ ເວລານວດ ສັງເກດ ຖ້າມັນແຫ້ງ ໂພດ ໃຫ້ ຢອດນ້ຳໃສ່ ແຕ່ ຖ້າມັນໜຽວ ຫລື ແຫລວ ໂພດ ໃຫ້ໂຮຍແປ້ງ ສິງກະໂປ ໃສ່ຕື່ມ.

4. ຕອນນີ້ ຈະໄດ້ ແປ້ງ 3 ກ້ອນ ມັນດ້າງ 2 ເຜືອກ 1. ເຮົາມາເລີ່ມ ລິ້ງ ແຕ່ລະກ້ອນ ເປັນ ຮູບ ແທ່ງຍາວໆ ໂດຍການ ໂຮຍແປ້ງ ໃສ່ໜ້າ ໂຕະເພື່ອ ບໍ່ໃຫ້ມັນຕິດ ແລ້ວ ໃຊ້ມື ສອງເບື້ອງ ກິ້ງກ້ອນແປ້ງ ໄປ-ມາ,ຈົນ ເປັນຮູບຊົງ ຄືໄສ້ອົ່ວ. ແລ້ວໃຊ້ ມີດ ຕັດ ເປັນຕ່ອນ ນ້ອຍໆ. ຫລື ເອົາ ແບບພິມ ມາເຮັດເປັນ ຮູບຊົງໃດກໍ່ໄດ້.

5. ຕົ້ມນ້ຳໃຫ້ຟົດ, ໃສ່ ມັນດ້າງ ແລະ ເຜືອກ ທີ່ຕັດແລ້ວ ນັ້ນລົງໄປຕົ້ມ. ຄົນໜ້ອຍໜຶ່ງ. ພໍມັນຟົດ ອີກເທື່ອໜຶ່ງ ໃຫ້ ຕື່ມ ນ້ຳເຢັນລົງ ໄປ 1ຈອກ. ແລ້ວ ຖ້າມັນຟົດ ອີກເທື່ອໜຶ່ງ ໃຫ້ປິດໄຟ ແລ້ວ ຕັກອອກໃສ່ຖ້ວຍ

6. ເຮັດໃຫ້ ມັນສະເດັດນ້ຳ ຈຶ່ງຕື່ມ ນ້ຳຕານ ແດງລົງໄປ, ແລ້ວຄົນ ໃຫ້ເຂົ້າກັນ ຕອນມັນຮ້ອນ ເພື່ອ ໃຫ້ນ້ຳຕານເປື່ອຍ. ກິນໄດ້ :)


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ