ໜ້າຫຼັກສູດອາຫານລາວຕົ້ມ/ລວກ

ຕົ້ມກຸ້ງ ກິນກັບ ເເຈ່ວສົ້ມ

(0 ໂຫວດ) • ໂດຍ ສາວນ້ອຍ

4 ຄົນ · ງ່າຍ · 25 ນາທີ · ປານກາງ

ເມນູງ່າຍໆ ແລະ ແຊບໆ ເປັນ ກັບແກ້ມກະໄດ້. ມາເບິ່ງ ວິທີ ລວກກຸ້ງ ແລະ ເຮັດແຈ່ວ ລົດເດັດ ກັນເລີຍ.

ເຄື່ອງປຸງ

ວິທີເຮັດ

1. ນ້ຳເອົານ້ຳໃສ່ຫມໍ້+ ເກືອ ຕົ້ມຈົນນ້ຳຟົດ ແລ້ວເອົາກຸ້ງລົງ ປະມານ 3-5 ນາທີ ຈົນກຸ້ງປ່ຽນສີ ແລ້ວກໍ່ຕັກອອກ ( ພະຍາຍາມຢ່າຕົ້ມດົນຫລາຍເພາະ ເປືອກກຸ້ງ ຈະຕິດຊິ້ນ ແກະກິນຍາກ)

2. ເອົາຫມາກເຜັດ+ກະທຽມ+ຂີງ+ຫອມປ້ອມຊອຍ+ເກືອ ໃສ່ຄົກ ແລ້ວຕຳໃຫ້ລະອຽດ ຈາກນັ້ນໃສ່ນ້ຳຕານ+ແປ້ງນົວ+ນ້ຳຫມາກນາວ+ນ້ຳປາ ຕຳໃສ່ກັນ ຊິມລົດຊາດ ສາມາດປຸງຕື່ມໄດ້ຕາມມັກ ( ຖ້າບໍ່ມີຄົກຕຳ ແມ່ນສາມາດ ນຳເອົາເຄື່ອງປຸງ ທັງໝົດ ໃສ່ເຄື່ອງປັ່ນ, ປັ່ນໃຫ້ລະອຽດໄດ້)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ