ຮ້ານເພິ່ນເປັນຮ້ານເກົ່າແກ່ເປີດມາດົນ ແຕ່ຍ້າຍໄປມາຫຼາຍບ່ອນ. ປະຈຸບັນເພິ່ນເປີດຢູ່ບ້ານໂພນທັນ (ຮ້ານເພື່ອນເບຍ) ເຂົ້າປຸ້ນເພິ່ນເດັດຫຼາຍ, ນ້ຳຊຸບແຊບນົວ, ເຂົ້າປຸ້ນໜຽວນຸ້ມຕ່ອນໃຫຍ່, ເຄື່ອງໃນບໍ່ມີກິ່ນຄາວ. ຮ້ານເພິ່ນຍັງແຖມຟຣີນ້ຳຫວານ ແລະ ໝາກໄມ້ຕາມລະດູການນຳເດີ້!
ເມນູເດັດ: ເຂົ້າປຸ້ນນ້ຳແຈ່ວ