ຮ້ານບິງຊູທີ່ຫຼາຍໆຄົນຮູ້ຈັກກັນດີ ເປັນຮ້ານຂອງຫວານທີ່ແຊບພ້ອມຂາຍໃນລາຄາຍ່ອມເຍົາ ເອົາໃຈໄວລຸ້ນ ແລະ ເດັກນ້ອຍ ບິງຊູຂອງເພິ່ນກະຈະມີຫຼາຍໆຣົດຊາດໃຫ້ເລືອກບໍ່ຊໍ້າກັນ ຈະມີຕັ້ງແຕ່ແບບກິນ 1-2 ຄົນ ຈົນໄປຮອດແບບຖາດໃຫ່ຍໆກິນໄດ້ 4-5 ຄົນ ສ່ວນໃນຮູບແມ່ນບິງຊູທຸລຽນໂຕນີ້ຈະໄດ້ກິນສະເພາະລະດູການທຸລຽນເທົ່ານັ້ນ 😋ເປັນ Size ນ້ອຍ ແຕ່ສາມາດກິນໄດ້ 2-3 ຄົນ ແລະ ອີກເມນູຂອງກິນຫຼິ້ນ ປັງປີ້ງໂອວັນຕິນຊັອກໂກແລັດໂຕນີ້ລາຄາພຽງ 9.000 ໃຜຕາມຫາຮ້ານຂອງຫວານເພື່ອດັບອາກາດຮ້ອນໆ ລອງມາຊິມທີ່ນີ້ໄດ້ ແລະ ເພິ່ນຍັງມີອີກສາຂາຢູ່ສີຫອມນຳເດິ້.
ເມນູເດັດ: ບິງຊູ, ປັງປີ້ງໂອວັນຕິນຊ໊ອກໂກ້ແລັດ
ຂອງກິນຫຼິ້ນ, ຮ້ານກາເຟ, ອາຫານລາວ, ອາຫານໄທ, ນັ່ງກິນຢູ່ຮ້ານ, ໂທສັ່ງລະມາເອົາເອງ, ຫ້ອງນ້ຳ, ຈອດລົດແຄມທາງ, ຮັບເງິນສົດ, Onepay
ເວລາເປີດ:
ທຸກມື້: | 09:00 - 21:30 |
ຖ້າບໍ່ຢາກພາດ ສູດຫາອາຫານເດັດໆໃໝ່ໆ. ໃຫ້ກົດປຸ່ມເຟສບຸກ ດ້ານລຸ່ມໄວ້ເລີຍ :)
ຖ້າຢາກໃຊ້ງານທຸກອັນຂອງ Yoosay ໄດ້, ກະລຸນາເປີດໂລເຄຊັ່ນໃນໂທລະສັບ, ເຂົ້າໄປທີ່ຕັ້ງຄ່າແອັບ ແລ້ວເປີດ ຕຳແໜ່ງທີ່ຕັ້ງ(ຫຼື Geolocation) ເປັນໂໝດ ເປີດຕະຫຼອດເວລາ.