ເຮັດເຄື່ອງດອງງ່າຍໆ ແບບນີ້ໄວ້ກິນເອງ, ກິນກັບຫຍັງກໍ່ໄດ້ ເຊັ່ນ: ໝູສະເຕ໊ະ, ໃສ່ເຂົ້າຈີ່ປາເຕ້, ພັນຊີ້ນດາດ, ຫຼືຊິກັບເຝີກໍ່ໄດ້ ຕາມໃຈ. ມັກຂູດເປັນເສັ້ນ,ຊອຍມົນ,ບາງແບບໃດຕາມໃຈໂລດເດີ. ພິເສດ: ໃຜມັກໃສ່ໝາກເຜັດກໍ່ຊອຍເຜັດດິບໃສ່ນຳໜ້ອຍໜຶ່ງເດີ
1 .ຊອຍທຸກຢ່າງ ເປັນຕ່ອນນ້ອຍຕາມໃຈມັກ. ໃສ່ຖ້ວຍແລ້ວເຕັງນ້ຳກ້ອນ ຫຼືເຂົ້າຕູ້ເຢັນໄວ້.
2. ຕົ້ມນ້ຳ ໃສ່ກັບນ້ຳຕານໃຫ້ເປື່ອຍ, ໃສ່ເກືອ, ໃສ່ນ້ຳສົ້ມສາຍຊູຂາວ, ຄົນໃຫ້ເຂົ້າກັນດີ. ປະໄວ້ໃຫ້ເຢັນ.
3. ຖອກລົງ ໃສ່ຖ້ວຍຜັກ, ຄົນໆ ໃຫ້ເຂົ້າກັນ. ຖືວ່າກິນໄດ້ເລີຍ, ຖ້າຍັງບໍ່ກິນຕອນນັ້ນໃຫ້ຮ່າຍ ໃສ່ກັບອັດຝາໄວ້, ແລ້ວເຂົ້າຕູ້ເຢັນໄວ້ ເພາະຄວາມເຢັນເຮັດໃຫ້ຜັກສົດແລະກອບຕະຫຼອດເວລາ.