ປ່ຽນຈາກ ສະເຕັກ ປາແຊວມ່ອນ ມາເປັນ ແບບປິີ້ງ. ສູດນີ້ ຮັບຮອງແຊບ ກິນກັບເຂົ້າຈ້າວເດີ. ລະຢ່າລືມເອົານ້ຳຊ໊ອສເຫລືອຫັ້ນ ໄປຕົ້້ມ ແລ້ວ ເອົາມາລາດໃສ່ເຂົ້້າກັບປີ້ງກ່ອນກິນ. ຂໍບອກ ຟິນ:)
1. ໃສ່ເຄື່ອງປຸງລົງໃນຊາມ ເຊັ່ນ ກະທຽມສັບ, ເກືອ, ພິກໄທ, ຜົງກະລີ່, ໝາກນາວ, ຕີໃຫ້ເຂົ້າກັນກ່ອນ ແລ້ວ ຖອກນ້ຳມັນ ໝາກກອກໃສ່ ແລະຕີໃຫ້ເຂົ້າກັນດີອີກເທື່ອຫນຶ່ງ
2. ເທປາລົງຊາມ ແລ້ວຄົນໃຫ້ຊ໊ອດຊຶມເຂົ້າປາ ຈາກນັ້ນ ປິດໄວ້ ແລ້ວເກັບໃນຕຼ້ເຢັນປະມານ 1 ຫາ 2 ຊົ່ວໂມງ.
3. ນ້ຳມາສຽບໃສ່ໄມ້ ຂັ້ນດ້ວຍ ໝາກນາວ ແລະ ເອົາໄປປີ້ງໄຟກາງ ແລະປີ້ນ ໄປປີ້ນມາ ປະມານ 10 ນາທີ ທັງໝົດ ໃຫ້ພໍດີສຸກ, ຫ້າມໃຫ້ສຸກຫລາຍ ເພາະເນື້ອປາຈະແຫ້ງ.
4. ນ້ຳ ຊ໊ອດທີ່ເຫລືອ ເອົາ ມາຕົ້ມໃຫ້ຟົດບຶດຫນຶ່ງ ແລະ ເອົາໃສ່ຖ້ວຍ ໄວ້ລາດໜ້າ ຕອນເສີບ.
ເຄັດລັບ: ທານ້ຳມັນໃສ່ ຕາໜ່າງປີ້໊ງກ່ອນ ປາຈຶ່ງຈະບໍ່ຕິດ
ຖ້າບໍ່ຢາກພາດ ສູດຫາອາຫານເດັດໆໃໝ່ໆ. ໃຫ້ກົດປຸ່ມເຟສບຸກ ດ້ານລຸ່ມໄວ້ເລີຍ :)
ຖ້າຢາກໃຊ້ງານທຸກອັນຂອງ Yoosay ໄດ້, ກະລຸນາເປີດໂລເຄຊັ່ນໃນໂທລະສັບ, ເຂົ້າໄປທີ່ຕັ້ງຄ່າແອັບ ແລ້ວເປີດ ຕຳແໜ່ງທີ່ຕັ້ງ(ຫຼື Geolocation) ເປັນໂໝດ ເປີດຕະຫຼອດເວລາ.