ອາຫານພື້ນ ບ້ານ ອີກ ອັນໜຶ່ງ ຂອງ ບ້ານເຮົາ ກໍ່ຄື ໝົກໜໍ່ໄມ້. ລົດຊາດ ທີ່ ເປັນເອກະລັກ ແລະ ຊັບຊ້ອນ ໄປດ້ວຍ ຜັກຫອມ ບວກກັບ ເຄື່ອງປຸງຕ່າງໆ ເຂົ້າກັນໄດ້ດີ. ມື້້ນີ້ ໃຊ້ສູດ ຜັກຂະແຍງ ເປັນຫລັກ ແລະ ໃສ່ນ້ຳປາຫວຽດ ແທນ ປາແດກ ແຕ່ ບອກໄດ້ຄຳດຽວ ວ່າແຊບ ເຮັ່ງ :).
1. ຊອຍຜັກຂະແຍງ
2. ຊອຍ ແລະ ຟັກ ຊີ້ນໝູ ເປັນຕ່ອນນ້ອຍໆ
3. ເອົາ ຖ້ວຍໃຫຍ່ ມາ, ໃສ່ ໜໍ່ ໄມ້ ລົງໄປ, ຕາມດ້ວຍ ຊີ້ນໝູ, ໝາກເຜັດຕຳ, ຫົວສີໄຄ, ຜັກຂະແຍງ, ນ້ຳຢານາງ, ເຂົ້າເບືອ
4. ປຸງລົດດ້ວຍ ເກືອ, ນ້ຳປາ, ແລະ ນ້ຳມັນຫອຍ. ແລ້ວ ຄົນໃຫ້ເຂົ້າກັນ. ແຕະຊີມເບິ່ງໃຫ້ພໍດີ.
5. ຄົນໃຫ້ເຂົ້າກັນ ແລ້ວນຳໄປຫໍ່ ໃສ່ໃບຕອງ ແລ້ວ ເອົາໄປໜຶ້ງ ປະມານ 30 ນາທີ. ເອົາອອກມາ ໄຂ ພ້ອມເສີບ. ເຂົ້າໜຽວ ຄຸ້ຍ ແຊບ :)
ຖ້າບໍ່ຢາກພາດ ສູດຫາອາຫານເດັດໆໃໝ່ໆ. ໃຫ້ກົດປຸ່ມເຟສບຸກ ດ້ານລຸ່ມໄວ້ເລີຍ :)
ຖ້າຢາກໃຊ້ງານທຸກອັນຂອງ Yoosay ໄດ້, ກະລຸນາເປີດໂລເຄຊັ່ນໃນໂທລະສັບ, ເຂົ້າໄປທີ່ຕັ້ງຄ່າແອັບ ແລ້ວເປີດ ຕຳແໜ່ງທີ່ຕັ້ງ(ຫຼື Geolocation) ເປັນໂໝດ ເປີດຕະຫຼອດເວລາ.