ຖ້າເປັນເລື່ອງທອດ ແນະນຳຮ້ານນີ້ເລີຍ. ຮ້ານລັບອີຫຼີ! ເມນູເດັດຄື: ໝູທອດໃສ່ກະທຽມແບບກອບໆ ແລະ ຕັບຫມູຫວານ ທີ່ຜັດມາແບບຫອມໆນຸ້ມໆ ບອກເລີຍວ່າແຊບ ໃນແຕ່ລະເມນູຈະເສີບມາພ້ອມຜັກດອງ, ແຈ່ວສົ້ມ ແລະ ນ້ຳຊຸບ ກິນລວມກັນແລ້ວເຂົ້າກັນສຸດໆ. ຢູ່ຮ້ານນີ້ມີເມນູທອດໃຫ້ເລືອກຫຼາຍ, ແຕ່ນອກຈາກເມນູທອດກໍຍັງມີອາຫານຫວຽດນາມພ້ອມ. ແນະນຳຈອດລົດດ້ານນອກທາງໃຫຍ່ເດີ :P
ເມນູເດັດ: ເຂົ້າກະເພົາ, ທອດໝູສາມຊັ້ນ
ເວລາເປີດ:
ທຸກມື້: | 08:00 - 17:00 |
ຖ້າບໍ່ຢາກພາດ ສູດຫາອາຫານເດັດໆໃໝ່ໆ. ໃຫ້ກົດປຸ່ມເຟສບຸກ ດ້ານລຸ່ມໄວ້ເລີຍ :)
ຖ້າຢາກໃຊ້ງານທຸກອັນຂອງ Yoosay ໄດ້, ກະລຸນາເປີດໂລເຄຊັ່ນໃນໂທລະສັບ, ເຂົ້າໄປທີ່ຕັ້ງຄ່າແອັບ ແລ້ວເປີດ ຕຳແໜ່ງທີ່ຕັ້ງ(ຫຼື Geolocation) ເປັນໂໝດ ເປີດຕະຫຼອດເວລາ.