ເປັນຮ້ານທີ່ຕັ້ງຢູ່ຫາດແຄມນໍ້າຂອງ! ບອກເລີຍວ່າ ມາຂ້ອນຂ້າງໄກເຕີບ ແຕ່ບັນຍາກາດ ແລະ ວິວທີ່ໂຄດດີງາມແຮງຈະທຸກຄົນ ::) ນັ່ງກິນອາຫານຍາມແລງ ເບິ່ງຕາເວັນຕົກແຄມນໍ້າ, ພ້ອມລົມພັດເຢັນໆ, ເປັນການມາຢ້ຽມຍາມທີ່ເກີນບັນຍາຍ!! ສ່ວນອາຫານແມ່ນຣົດຊາດທົ່ວໄປໃຊ້ໄດ້ ແລະ ໄກແບບນັ້ນອາຫານກໍ່ບໍ່ໄດ້ລາຄາແພງຈົນເກີນໄປ. ທາງຂ້ອນຂ້າງຍາກແດ່ຕ້ອງເປັນລົດສູງໆແດ່ຈຶ່ງໄປງ່າຍ. ເພິ່ນນ່າຈະເປີດສະເພາະຍາມແລ້ງ ເພາະຍາມຝົນນ່າຈະໄປບໍ່ໄດ້ແທ້ໆ😋
ເມນູເດັດ: ຕຳເຂົ້າປຸ້ນ, ປີ້ງຫູໝູ
ອາຫານເຊົ້າ, ອາຫານສວາຍ, ຂອງກິນຫຼິ້ນ, ອາຫານແລງ, ອາຫານແຄມທາງ, ອາຫານລາວ, ນັ່ງກິນຢູ່ຮ້ານ, ໂທສັ່ງລະມາເອົາເອງ, ຈອດລົດແຄມທາງ, ຮັບເງິນສົດ, Onepay
ເວລາເປີດ:
ວັນຈັນ: | ປິດ |
ວັນອັງຄານ: | ປິດ |
ວັນພຸດ: | ປິດ |
ວັນພະຫັດ: | ປິດ |
ວັນສຸກ: | ປິດ |
ວັນເສົາ: | 07:00 - 22:00 |
ວັນອາທິດ: | 07:00 - 22:00 |
ຖ້າບໍ່ຢາກພາດ ສູດຫາອາຫານເດັດໆໃໝ່ໆ. ໃຫ້ກົດປຸ່ມເຟສບຸກ ດ້ານລຸ່ມໄວ້ເລີຍ :)
ຖ້າຢາກໃຊ້ງານທຸກອັນຂອງ Yoosay ໄດ້, ກະລຸນາເປີດໂລເຄຊັ່ນໃນໂທລະສັບ, ເຂົ້າໄປທີ່ຕັ້ງຄ່າແອັບ ແລ້ວເປີດ ຕຳແໜ່ງທີ່ຕັ້ງ(ຫຼື Geolocation) ເປັນໂໝດ ເປີດຕະຫຼອດເວລາ.