ໜ້າຫຼັກສູດອາຫານລາວປະເພດປີ້ງ/ດາດ

ປາໄນປີ້ງທົບ

(1 ໂຫວດ) • ໂດຍ ທີມແຊບ yoosai.la

2 ໂຕ · ປານກາງ · 50 ນາທີ · ປານກາງ

ປາປີ້ງທົບເປັນອີກເມນູພື້ນບ້ານ ອາຫານລາວ🐟. ລົດຊາດຂອງປາທຳມະຊາດ (ເທື່ອນີ້ໄດ້ປາໄນສົດໆ) ບວກກັບຄວາມຫອມຂອງບັນດາເຄື່ອງປຸງແລະ ຜັກຫອມທີ່ຕຳໃສ່🌶️. ປີ້ງຮ້ອນໆແລ້ວກິນກັບເຂົ້າໜຽວ...ເຂົ້າກັນສຸດ 🤗☺️

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ກ່ອນອື່ນຕຳໝາກເຜັດ ໃສ່ເກືອ ກັບແປ້ງນົວກ່ອນ, ແລ້ວຈຶ່ງໃສ່ເຄື່ອງທີ່ຊອຍໄວ້ລົງເຊັ່ນ: ຂີງ, ກະທຽມ, ຫົວບົ່ວແດງ, ຫົວສີໄຄ, ໝາກແຂ່ນດິບ. ຕຳຈົນມຸ່ນ.

2. ທາເກືອໃສ່ປາໃຫ້ທົ່ວ ແລ້ວ ເອົາເຄື່ອງຕຳວາງໃສ່ປາໃຫ້ທົ່ວ. ຕາມດ້ວຍຜັກຫອມທຸກຊະນິດລົງໃຫ້ຄົບ. ແລ້ວພັບ ໃສ່ໄມ້ປີ້ງ.

3. ນຳໄປປີ້ງໄຟກາງ ປະມານ 30 ນາທີ. ເອົາອອກມາເສີບກັບເຂົ້າໜຽວ ແລະ ຜັກ. ແຊບຫລາຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ຂອບໃຈສຳລັບສູດດີໆເດີ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ