ໜ້າຫຼັກສູດອາຫານລາວປະເພດຫນື້ງ

ໝົກປາຜັ້ນສູດພື້ນບ້ານແຊບໆ

(1 ໂຫວດ) • ໂດຍ อาติก ติก หลวงวิไล

1 ກິໂລ · ປານກາງ · 50 ນາທີ · ປານກາງ

ໝົກປາຜັ້ນ ເດີພີ່ນ້ອງ ເຄີຍກິນບໍ່?.​ ປາຜັ້ນແມ່ນປານ້ອຍໆ ຈາກສາຍນ້ຳທຳມະຊາດ. ຫາມາໄດ້ແລ້ວກໍ່ນຳມາໝົກໃສ່ໃບຕອງ,​ ໃສ່ຜັກຫອມ ແລະ​ເຄື່ອງປຸງແຊບໆ​😁😋ອາຫານລາວ ແຊບສຸດ😋

ເຄື່ອງປຸງ

ວິທີເຮັດ

1. ຂັ້ນຕອນທຳອິດຄົວປາໃຫ້ສະອາດ.

2. ຕຳໝາກແຂ່ນ, ຫລັງຈາກນັ້ນຈຶ່ງໃສ່ຫົວບົ່ວແດງ, ກະທຽມ, ໝາກເຜັດ, ຫົວສີໃຄ, ເກືອ ແລະ ແປ້ງນົວ (ໃສ່ໜ້ອຍໜຶ່ງກ່ອນ) ແລ້ວຕຳໃຫ້ມຸ່ນໃຫ້ເຂົ້າກັນ

3. ຫລັັງຈາກຕຳແລ້ວໃຫ້ເອົາປະສົມໃສ່ປາທີ່ກຽມໄວ້ ໃສ່ເຂົ້າເບືອ ແລ້ວປຸງລົດດ້ວຍ ເກືອ, ແປ້ງນົວ, ແລະ ຜົງປຸງລົດ (ປຸງລົດຕາມໃຈມັກ) ແລ້ວໃສ່ຫອມບົວໃບ ແລະ ຜັກຊີ ລົງໄປ ແລ້ວຄົນໃຫ້ເຂົ້າກັນ. ເອົາໃບຕອງມາຫໍ່ແລ້ວເອົາໄປໜຶ້ງໃຫ້ສຸກປະມານ 20 ຫາ 30 ນາທີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ