ໜ້າຫຼັກສູດອາຫານລາວປະເພດຫນື້ງ

ໄຂ່ປີ້ງ

(0 ໂຫວດ) • ໂດຍ Saeng Douangdara

12   · ປານກາງ · 195 ນາທີ · ຖືກ

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເຈາະໄຂ່ທາງເທິງ ແລ້ວ ເອົາໄມ້ຖູ່ ແຍ່ເຂົ້າໄປຄົນໆ ຖອກເອົາໄຂ່ແດງ ແລະ ໄຂ່ຂາວອອກໃສ່ຊາມ.

2. ເອົາຖ້ວຍນ້ອຍອີກໃບມາ ແລ້ວ ໃສ່ເກືອ, ພິກໄທດຳປົ່ນ, ຜົງກະທຽມ, ແລະ ແປ້ງນົວ ຄົນໃຫ້ເຂົ້າກັນ.

3. ແລ້ວຖອກຜົງປຸງນັ້ນໃສ່ຊາມໄຂ່, ໃສ່ ຜັກບົ່ວໃບ ແລະ ຫອມປ້ອມຊອຍ ລົງໄປ.

4. ໃຊ້ເຄື່ອງປັ່ນ ແບບມື ຕີໄຂ່ ແລະເຄື່ອງປຸງທັງໝົດໃຫ້ນຽນ.

5. ແລ້ວຖອກໃສ່ ໂຖ ເພື່ອຈະຮ່າຍໃສ່ ປໍ້ໄຂ່ຄືນ ແຕ່ຕ້ອງຕັກຟອດທາງໜ້າອອກໃຫ້ຫມົດກ່ອນ.

6. ແລ້ວຮ່າຍໄຂ່ຄືນໃສ່ປໍ້ໃຫ້ ກາຍເຄິ່ງ ແລະບໍ່ລົ້ນຫລາຍ.

7. ເອົາໄຂ່ລຽງໃສ່ ແຕະໄຂ່ທີ່ເປັນເຈ້ຍໜາ, ນຳເຂົ້າເຕົາອົບ ຕັ້ງເວລາ 1ຊົ່ວໂມງເຄິ່ງ ທີ່ອຸນນະພູມ 175F (80 ອົງສາC).

8. ແລ້ວ ປິ່ນແຕະໄຂ່ອີກເບື້ອງ, ສືບຕໍ່ອົບອີກ 1ຊົ່ວໂມງເຄິ່ງ ໃສ່ອຸນນະພູມທີ່ 200F (93 ອົງສາC).

9. ເອົາອອກຈາກເຕົາອົບ ປະໃຫ້ເຢັນກ່ອນ ປະມານ 30 ນາທີ. ແກະກິນໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ