ອາຫານຫວຽດ ບັນກວນ ແຕ່ຢູ່ລາວກໍ່ມີຂາຍຫລາຍຄືກັນ. ມື້ນີ້ ມາເຮັດກິນເອງໄດ້ຢູ່ບ້ານ. ມາເບິ່ງວິທີເຮັດນຳກັນເລີຍ :)
1. ເຮັດໄສ້:
- ຄ້າງໝໍ້ໃສ່ນ້ຳມັນ ຂົ້ວກະທຽມໃຫ້ຫອມ ແລ້ວໃສ່ຊີ້ນໝູລົງໄປຂົ້ວ.ປຸງລົດດ້ວຍ ນ້ຳມັນຫອຍ, ເກືອ, ແລະ ພິກໄທ. ແລະ ໃສ່ເຫັດຫູໜູລົງ, ຂົ້ວໃຫ້ເຂົ້າກັນຈົນສຸກ. ແລ້ວຈຶ່ງໃສ່ຫອມບົ່ວຊອຍ. ປົງໄວ້
2. ເຮັດແຈ່ວ:
- ຄ້າງໝໍ້ໃສ່ນ້ຳ ໜ້ອຍໜຶ່ງ, ໃສ່ນ້ຳຕານ ແລະ ເກືອ ຕົ້ມໃຫ້ເປື່ອຍ. ແລ້ວໃສ່ ໝາກເຜັດ, ຫົວກາລົດຊອຍ ແລະ ນ້ຳໝາກນາວ ຕາມໃຈມັກ.
3. ກຽມແປ້ງບັນກວນ:
- ເທແປ້ງເຂົ້າຈ້າວ1ຖ້ວຍ + ແປ້ງສິງກະໂປ 1 ຖ້ວຍ ລົງໃສ່ຊາມ, ແລ້ວເທນ້ຳ ລົງຖ້ວຍເຄິ່ງ. ຄົນໃຫ້ແປ້ງລະລາຍ.
- ຄ້າງໝໍ້ໃສ່ນ້ຳ ມັດຜ້າຂາວ (ບາງຄົນບໍ່ມີອຸປະກອນນີ້, ສາມາດ ເຮັດໃສ່ ໝໍ້ກະທະ ໄດ້ຄືກັນ), ພໍໝໍ້ຮ້ອນ ໃຫ້ເອົາແປ້ງເທລົງຜ້າຂາວ, ເຂ່ຍໆ ໃຫ້ ເປັນແຜ່ນ ແລ້ວໃສ່ ໄສ້ໝູສັບ. ຝາໝໍ້ປົກໄວ້ ແລ້ວມ້ວນແປ້ງປົກໄສ້ໄວ້. ຕັກອອກໄວ້ ຈານ ແລ້ວ ເຮັດ ແບບນີ້ ຈົນແປ້ງ ແລະ ໄສ້ໝູສັບໝົດ.
ເສີບກັບ ຜັກ ແລະ ແຈ່ວຕາມຊອບ